ວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດດຳເນີນໄປຢູ່ຫຼາຍທ້ອງຖິ່ນໃນຫວຽດນາມຢ່າງຟົດຟື້ນມ່ວນຊື່ນ

(VOVWORLD) -ວັນທີ 10 ພະຈິກ, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ພ້ອມກັບຄະນະປະຕິບັດງານສູນກາງ ໄດ້ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ, ຢູ່ຕາແສງ ກຽນແທັ່ງ, ເມືອງ ເຈິ໊ນອຽນ, ແຂວງອຽນບ໊າຍ.

ວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດດຳເນີນໄປຢູ່ຫຼາຍທ້ອງຖິ່ນໃນຫວຽດນາມຢ່າງຟົດຟື້ນມ່ວນຊື່ນ - ảnh 1

ທ່ານນາງ ເຈືອງທິມາຍ ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ, ຢູ່ແຂວງອຽນບ໊າຍ 

(ພາບ: daidoanket.vn)

ຢູ່ທີ່ນີ້, ທ່ານນາງ ເຈືອງທິມາຍ ປາດຖະໜາວ່າ, ໃນໄລຍະຈະມາເຖິງ ອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນຈະສືບຕໍ່ຮ່ວມແຮງຮ່ວມໃຈ, ຍົກສູງຈິດໃຈສາມັກຄີ, ຊ່ວຍເຫຼືອເຊິ່ງກັນແລະກັນເພື່ອບືນຕົວຂຶ້ນໃນການດຳລົງຊີວິດ.

        ເນື່ອງໃນໂອກາດນີ້, ທ່ານນາງ ເຈືອງທິມາຍ ກໍ່ໄດ້ມອບເງິນຈຳນວນ 100 ລ້ານດົ່ງຈາກກອງທຶນອຸປະກະລະເດັກຫວຽດນາມ ໃຫ້ແກ່ເມືອງ ເຈິ໊ນອຽນ, ໜູນຊ່ວຍເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດໃນບໍລິເວນແຂວງ, ມອບຂອງຂວັນໃຫ້ຄອບຄົວດີເດັ່ນຂອງຕາແສງກຽນແທັ່ງ…

        ແລະກໍ່ໃນວັນທີ 10 ພະຈິກ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ໄດ້ເຂົ້າຮ່ວມ “ວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ເຂດຊຸມຊົນ” ທີ່ນະຄອນນິງບິ່ງ. ທ່ານນາງຮອງປະທານປະເທດ ໄດ້ຮຽກຮ້ອງໃຫ້ອຳນາດການປົກຄອງທ້ອງຖິ່ນເອົາໃຈໃສ່ເຖິງບັນດາເປົ້າໝາຍນະໂຍບາຍ, ຜູ້ມີຄຸນງາມຄວາມດີ…

        ເນື່ອງໃນໂອກາດນີ້, ທ່ານ ເຈິ່ນແທັງເມີ້ນ, ເລຂາທິການສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ກໍ່ໄດ້ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ປີ 2019 ຢູ່ແຂວງ ເຮົ້າຢາງ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ