ວັນບຸນລະດູບານໃຫມ່ປີວອກ2016ຢູ່ ຮ່າໂນ້ຍ

ວັນບຸນລະດູບານໃຫມ່ປີວອກ2016ຢູ່ ຮ່າໂນ້ຍ - ảnh 1
ພາບ​ປະ​ກອບ:internet

(vovworld)- ວັນ​ບຸນ​ລະ​ດູ​ບານ​ໃຫມ່​ ປີ​ວອກ 2016 ຢູ່ ຮ່າ​ໂນ້ຍ ຈະ​ດຳ​ເນີນ​ແຕ່​ວັນ​ທີ 20/1 – 5/2 ຢູ່ ສູນ​ວາງ​ສະ​ແດງວັດ​ທະ​ນະ​ທຳ​ສິ​ລະ​ປະ ຫວຽດ​ນາມ ຢູ່​ ຖະ​ຫນົນ ຮ​ວາ​ລື ຮ່າ​ໂນ້ຍ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ມີ​ຄວາມ​ໝາຍ​ຢ່າງ​ແທດ​ຈິງ ເພື່ອ​ຂ່ຳ​ນັບ​ຮ​ັບ​ຕ້ອນກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ ພ້ອມ​ທັງ​ເຊີດ​ຊູຄຸນ​ຄ່າ, ຄວາມ​ງາມ​ດ້ານ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ, ບຸນ​ປີ​ໃຫມ່​ປະ​ຈຳ​ຊາດ. ວັນ​ບຸນ​ລະ​ດູ​ບານ​ໃຫມ່​ປີ​ວອກ 2016 ລວມ​ມີ​ຫລາຍ​ເຫດ​ການ​ວັດ​ທະ​ນະ​ທຳ, ສິ​ລະ​ປະ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ. ໃນ​ນັ້ນ ມີ​ງານ​ວາງ​ສະ​ແດງ “ວິ​ຈິດ​ສິນ​ລະ​ດູ​ບານ​ໃຫມ່ 2016” ນຳ​ມາ​ໃຫ້​ຜູ້​ຊົມ​ຄວາມ​ຮູ້​ສຶກ​ກ່ຽວ​ກັບ​ປະ​ເທດ​ຊາດ, ຊາວ​ຫວຽດ​ນາມ ແລະ ລະ​ດູ​ບານ​ໃຫມ່​ຢູ່ ຫວຽດ​ນາມ. ນະ​ທີ່ນີ້ ກໍ​ດຳ​ເນີນ “ຕະ​ຫລາດ​ນັດ ລາວ​ກາຍ ຢູ່ ເຂດ​ໄຕ​ບັກ” ກໍ​ຄື​ການ​ເຄື່ອນ​ໄຫວ​ຕ່າງໆ​ເພື່ອ​ວາດ​ພາບ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ປະ​ຊາ​ຊົນ​ຊົນ​ເຜົ່າ​ຕ່າງໆ​ຢູ່​ເຂດ​ໄຕ​ບັກ ອີກ​ດ້ວຍ.
ຂ່າວ/ບົດ​ອື່ນ