ການສະແດງສິລະປະໃນງານບຸນ
(ພາບ:baothainguyen)
(vovworld) – ວັນບຸນວັດທະນະທຳບັນດາຊົນເຜົ່າຢູ່ ທ໋າຍງວຽນ 2016 ແມ່ນເຫດການຖືກຈັດຂຶ້ນໃນລະຫວ່າງວັນທີ 19 – 20/8, ຢູ່ແຂວງ ທ໋າຍງວຽນ ເພື່ອແນໃສ່ສະເຫຼີມສະຫຼອງ 71 ປີແຫ່ງວັນປະຕິວັດເດືອນສິງຫາສຳເລັດຜົນ ແລະ ວັນຊາດທີ 2/9. ວັນບຸນວັດທະນະທຳບັນດາຊົນເຜົ່າແຂວງ ທ໋າຍງວຽນ ແມ່ນໜຶ່ງໃນບັນດາການເຄື່ອນໄຫວວັດທະນະທຳຂະໜາດໃຫຍ່, ແນໃສ່ເຊີດຊູສີສັນວັດທະນະທຳຂອງປະຊາຊົນບັນດາເຜົ່າໃນບໍລິເວນ, ຮັດແໜ້ນນ້ຳໃຈສາມັກຄີຂອງປະຊາຄົມບັນດາເຜົ່າໃນແຂວງ. ວັນບຸນກໍ່ປະກອບສ່ວນໂຄສະນາເຜີຍແຜ່ ແລະ ອະນຸລັກຮັກສາບັນດາຄຸນຄ່າວັດທະນະທຳທີ່ອຸດົມສົມບູນ, ເປັນເອກະລັກສະເພາະຂອງທ້ອງຖິ່ນຜ່ານຫຼາຍເຫດການອຸດົມສົມບູນຄື: ການສະແດງຊຸດອາພອນປະຈຳເຜົ່າ, ແນະນຳບັນດາພິທີໃນການດຳເນີນຊີວິດທາງດ້ານວັດທະນະທຳ, ບັນດາງານບຸນເປັນມູນເຊື້ອທີ່ດີເດັ່ນຂອງຊົນເຜົ່າ, ຈັດຕັ້ງງານບຸນອາຫານການກິນ.