ວັນບຸນວັດທະນະທຳຫວຽດນາມຢູ່ສ.ເຊັກໂກ

ວັນບຸນວັດທະນະທຳຫວຽດນາມຢູ່ສ.ເຊັກໂກ - ảnh 1
ວັນບຸນວັດທະນະທຳ ຫວຽດນາມຢູ່ສ.ເຊັກໂກ
(ພາບ: ອິນເຕີແນັດ)

(vovworld) – ​ວັນ​ທີ 7/11, ວັນ​ບຸນ​ວັດທະນະທຳ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ຢູ່​ນະຄອນ Teplice, ​ແຂວງ Usti Nad Labem, ສາ​ທາ​ລະນະ​ລັດ ເຊັກ​ໂກ ​ເພື່ອ​ແນ​ໃສ່​ແນະນຳ ​ແລະ ​ໂຄສະນາ​ສີສັນ​ວັດທະນະທຳ, ອາຫານ​ການ​ກິນຂອງ ຫວຽດນາມ. ນະ​ທີ່​ນີ້, ບັນດາ​ນັກ​ສິິລະ​ປິນສະໝັກ​ຫຼິ້ນ​ໃນ​ຊຸດ​ອາພອນ​ພື້ນ​​ເມືອງ ​ໄດ້​ສະ​ແດງ​ລາຍການ​ວັດທະນະທຳ​ສິລະ​ປະ ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ, ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ຊົ​ມນັບຮ້ອຍ​ຄົນ. ວັນ​ບຸນ​ກໍ​ແນະນຳ​ວັດທະນະທຳອາຫານ​ການ​ກິນ​ຂອງ ຫວຽດນາມ ​ເຖິງ​ຊາວ ເຊັກ​ໂກ. ທ່ານ​ຟານ​ດັງ​ແອ​ງ ຮອງ​ປະທານ​ສະມາຄົມ​ຊາວ ຫວຽດນາມ ອາ​ໄສຢູ່​ແຂວງ Usti Nad Labem ​ໃຫ້​ຮູ້​ວ່າ:

        “ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ​ເຊັກ​ໂກ ​ແມ່ນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຂອງ​ປະ​ເທດ​ນີ້, ສະ​ນັ້ນ ​ເລື່ອງ​ຈັດ​ຕັ້ງ​ວັນ​ບຸນ​ວັດທະນະທຳ ຫວຽ​ດນາມ ຢູ່ ສ.ເຊັກ​ໂກ ມີ​ຄວາມ​ໝາຍ​ສຳຄັນ​ໃຫຍ່​ຫລວງ ​ເພາະວ່າ ຊາວ ຫວຽດນາມ ອາ​ໄສ​ຢູ່​ທີ່​ນີ້ ບໍ່​ພຽງ​ແຕ່​ດຳລົງ​ຊີວິດ ​ແລະ ທຳ​ມາ​ຫາ​ກິນ​ເທົ່າ​ນັ້ນ ຫາກ​ການ​ເຊື່ອມ​ໂຍງ, ​ໂດຍ​ສະ​ເພາະ ​ແມ່ນ​ການ​ພົວພັນ​ແລກປ່ຽນ​ດ້ານ​ວັດທະນະທຳ ກໍ​ແມ່ນ​ສິ່ງ​ສຳຄັນ​ອີກ​ດ້ວຍ. ຂ້າພະ​ເຈົ້າ ຄິດ​ວ່າ ນີ້​ແມ່ນ ​ເຄື່ອງມື​ເຊື່ອມ​ໂຍງ​ຢ່າງ​ແຮງ​ໃຫ້​ປະຊາ​ຄົມ​ຊາວ ຫວຽດນາມ ອາ​ໄສ​ຢູ່ ​ເຊັກ​ໂກ ​ເວົ້າ​ສະ​ເພາະ”

        ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ສະຖານ​ທູດ ຫວຽດນາມ ປະຈຳ ສາທາລະນະ​ລັດ ​ເຊັກ​ໂກ ​ເຂົ້າ​ຮ່ວມ​ວັນ​ບຸນ​ການ​ກິນ​ດື່ມ ອາ​ຊຽນ ຢູ່ Praha, ​ເພື່ອ​ແນ​ໃສ່​ແນະນຳ​ບັນດາ​ເຍື່ອງ​ອາຫານ​ພື້ນ​ເມືອງ​ຂອງ ຫວຽດນາມ ຢູ່​ປະຊາ​ຄົມ​ບັນດາ​ເຜົ່າ ສ.​ເຊັກ​​ໂກ.

 

 

ຂ່າວ/ບົດ​ອື່ນ