(VOVWORLD) - ທິດສະດີເມດຕາປານີ, ພູມປັນຍາ ແລະ ສັນຕິພາບຂອງພະພຸດທະເຈົ້າແມ່ນເຂັມຊີ້ທິດເພື່ອໃຫ້ມວນມະນຸດຜ່ານຜ່າສິ່ງທົດສອບ
(ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ກ່າວຄຳເຫັນທີ່ພິທີ) |
ພິທີສະເຫຼີມສະຫຼອງວັນບຸນວິສາຂະບູຊາ Vesak ໄດ້ຈັດຂຶ້ນຢ່າງສົມກຽດໃນວັນທີ 14 ພຶດສະພາ, ຢູ່ສຳນັກງານສະຫະປະຊາຊາດ, ທີ່ນິວຢອກ, ປະເທດ ອາເມລິກາ.
ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ເນັ້ນໜັກເຖິງຄວາມໝາຍຢ່າງເລິກເຊິ່ງຕໍ່ກັບ ຫວຽດນາມ, ເປັນບ່ອນທີພຸດທະສາສະໜາໄດ້ຕິດພັນຢ່າງສະໜິດແໜ້ນໃນການດຳລົງຊີວິດທາງດ້ານວັດທະນະທຳ, ຈິດໃຈຂອງຊາດ ຫວຽດນາມ ໃນຕະຫຼອດເວລາກວ່າ 2.000 ປີແຫ່ງປະຫວັດສາດ. ທ່ານເນັ້ນໜັກວ່າ, ທິດສະດີເມດຕາປານີ, ພູມປັນຍາ ແລະ ສັນຕິພາບຂອງພະພຸດທະເຈົ້າແມ່ນເຂັມຊີ້ທິດເພື່ອໃຫ້ມວນມະນຸດຜ່ານຜ່າສິ່ງທົດສອບ ແລະ ສ້າງປະຊາຄົມທົ່ວໂລກມີຄວາມສະໜິດຕິດພັນ, ເຄົາລົບເຊິ່ງກັນແລະກັນ ແລະ ພັດທະນາແບບຍືນຍົງ. ນີ້ກໍ່ແມ່ນບັນດາຄຸນຄ່າອັນສູງສົ່ງ ສ່ອງແສງບັນດາຫຼັກການພື້ນຖານຂອງສະຫະປະຊາຊາດ.
ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ກໍ່ແຈ້ງໃຫ້ຊາບວ່າ ຫວຽດນາມ ຫາກໍ່ຈັດງານບຸນວິສາຂະບູຊາສະຫະປະຊາຊາດ 2025 ດ້ວຍຫົວຂໍ້ “ຄວາມສາມັກຄີ ແລະ ໂອບເອື້ອອາລີເພື່ອກຽດສັກສີ: ພູມປັນຍາຂອງພຸດທະສາສະໜາສຳລັບສັນຕິພາບ ແລະ ການພັດທະນາແບບຍືນຍົງ” ຢ່າງສຳເລັດຜົນ, ໂດຍໄດ້ເຕົ້າໂຮມບັນດາພະສົງສຳມະເນນ, ຜູ້ແທນພຸດທະສາສະນິກກະຊົນມາຈາກຫຼາຍປະເທດເຂົ້າຮ່ວມ.