ວັນບຸນຫໍ່ເຂົ້າປະດັບດິນ 3 ພາກປີ 2021 ສະຫງວນນ້ຳໃຈອາລົມຈິດຄວາມຮັກແພງຕໍ່ບັນດາຜູ້ເປັນແມ່ຢູ່ແນວໜ້າປ້ອງກັນຕ້ານໂລກລະບາດ

(VOVWORLD) -ວັນບຸນຫໍ່ເຂົ້າປະດັບດິນ 3 ພາກປີ 2021 ດ້ວຍສານສະແດງໃຫ້ເຫັນຄວາມເຄົາລົບນັບຖືຕໍ່ຜູ້ເປັນພໍ່ເປັນແມ່, ສະຫງວນນ້ຳໃຈອາລົມຈິດຄວາມຮັກແພງຕໍ່ບັນດາຜູ້ເປັນແມ່ພວມຢູ່ແນວໜ້າປ້ອງກັນ ຕ້ານໂລກລະບາດນັບທັງເວັນ ແລະ ຄືນ.
ວັນບຸນຫໍ່ເຂົ້າປະດັບດິນ 3 ພາກປີ 2021 ສະຫງວນນ້ຳໃຈອາລົມຈິດຄວາມຮັກແພງຕໍ່ບັນດາຜູ້ເປັນແມ່ຢູ່ແນວໜ້າປ້ອງກັນຕ້ານໂລກລະບາດ - ảnh 1(ພາບປະກອບ: TTXVN)

ໂດຍສືບຕໍ່ຜົນສຳເລັດຂອງວັນບຸນຫໍ່ເຂົ້າປະດັບດິນ 3 ພາກປີ 2020, ວັນບຸນຫໍ່ເຂົ້າປະດັບດິນ 3 ພາກປີ 2021 ດ້ວຍສານສະແດງໃຫ້ເຫັນຄວາມເຄົາລົບນັບຖືຕໍ່ຜູ້ເປັນພໍ່ເປັນແມ່, ສະຫງວນນ້ຳໃຈອາລົມຈິດຄວາມຮັກແພງຕໍ່ບັນດາຜູ້ເປັນແມ່ພວມຢູ່ແນວໜ້າປ້ອງກັນ ຕ້ານໂລກລະບາດນັບທັງເວັນ ແລະ ຄືນ. ເພື່ອນຳມາເຊິ່ງແຫຼ່ງພະລັງ ຢ່າງແຮງໃຫ້ແກ່ບັນດາຜູ້ເປັນລູກຕອບບຸນແທນຄຸນຜູ້ເປັນພໍ່ເປັນແມ່, ສະພາບໍລິຫານສະມາຄົມທະສາສະໜາ ຫວຽດນາມ ໄດ້ຈັດວັນບຸນຫໍ່ເຂົ້າປະດັບດິນຢູ່ 3 ສະຖານທີ່ເຊື່ອມຕໍ່ຄື: ວັດ ບາວ່າງ (ກວາງນິງ), ວັດ ທຽນອານ (ບິ່ງດິ້ງ) ແລະ ໂຮງໝໍກາງສະໜາມເລກ 7 ນະຄອນໂຮ່ຈີມິນ ໃນເວລາ 20 ໂມງຂອງວັນທີ 21 ສິງຫາ 2021. ວັນບຸນຫໍ່ເຂົ້າປະດັບດິນ 3 ພາກ ຈະແນະນຳບັນດາເລື່ອງລາວກ່ຽວກັບຄວາມລຳບາກຂອງບັນດາຜູ້ເປັນແມ່ຢູ່ແນວໜ້າໃນການປ້ອງກັນ ຕ້ານໂລກລະບາດຢູ່ບັນດາໂຮງໝໍກາງສະໜາມ, ກໍຄືນ້ຳໃຈຂອງບັນດາຜູ້ເປັນລູກເປັນແພດໝໍມຸ່ງໄປເຖິງຜູ້ເປັນພໍ່ເປັນແມ່ນັບທັງເວັນແລະຄືນ, ການແບ່ງປັນຂອງບັນດາພະສົງສຳມະເນນຈະນຳມາໃຫ້ທຸກຄົນມີກຳລັງຕື່ມອີກເພື່ອຍາດເອົາໄຊຊະນະຕໍ່ໂລກລະບາດ.

ຕອບກັບ

ຂ່າວ/ບົດ​ອື່ນ