ວັນບຸນ“ເດັກນ້ອຍສາກົນຄັ້ງທີ20”ແລະງານວາງສະແດງ“ລາງວັນວິຈິດສິນເຍົາວະຊົນ,ອະນຸຊົນຫວຽດນາມປີ2017”

(VOVWORLD) -ຕອນຄ່ຳວັນທີ 30 ພຶດສະພາ, ສູນວາງສະແດງວັດທະນະທຳສິລະປະຫວຽດນາມ ໄດ້ສົມທົບກັບກົມວິຈິດສິນ, ນັກຖ່າຍຮູບ ແລະ ໄຂງານວາງສະແດງວັນບຸນ “ເດັກນ້ອຍສາກົນຄັ້ງທີ 20” ແລະ ງານວາງສະແດງ “ລາງວັນວິຈິດສິນເຍົາວະຊົນ, ອະນຸຊົນຫວຽດນາມປີ 2017”. 

ວັນບຸນ“ເດັກນ້ອຍສາກົນຄັ້ງທີ20”ແລະງານວາງສະແດງ“ລາງວັນວິຈິດສິນເຍົາວະຊົນ,ອະນຸຊົນຫວຽດນາມປີ2017” - ảnh 1ວັນບຸນ“ເດັກນ້ອຍສາກົນຄັ້ງທີ20”

(ພາບ: vanhien.vn)

ນີ້ແມ່ນການເຄື່ອນໄຫວຖືກຈັດຂຶ້ນປະຈຳປີ ເພື່ອແນໃສ່ສ້າງສະໜາມຫຼິ້ນທີ່ດູດດື່ມ, ມີຄວາມໝາຍສຳລັບເດັກນ້ອຍໃນໂອກາດວັນບຸນຂອງເດັກ 01 ມີຖຸນາ. ວັນບຸນ “ເດັກນ້ອຍສາກົນຄັ້ງທີ 20” ຖືກດຳເນີນດ້ວຍເນື້ອໃນທີ່ອຸດົມສົມບູນ, ດູດດື່ມຄື: ງານວາງສະແດງພາບແຕ້ມເຍົາວະຊົນ, ອະນຸຊົນທີ່ແຕ້ມກ່ຽວກັບວັດທະນະທຳຄົມນະນາຄົມ; ເຂດວາງສະແດງປື້ມ ແລະ ການເຄື່ອນໄຫວວັດທະນະທຳອື່ນໆອີກ.

        ຈຸດພົ້ນເດັ່ນຂອງການເຄື່ອນໄຫວຕ້ອນຮັບວັນບຸນຂອງເດັກ ແມ່ນພິທີມອບລາງວັນ ແລະ ວາງສະແດງ “ລາງວັນວິຈິດສິນເຍົາວະຊົນ, ອະນຸຊົນຫວຽດນາມປີ 2017”. ໃນຄັ້ງນີ້, ຄະນະຈັດຕັ້ງໄດ້ຮັບພາບແຕ້ມເກືອບ 72.000 ແຜ່ນ ຂອງເກືອບ 1.000 ສ່ວນບຸກຄົນ, ໂຮງຮຽນ, ຫໍວັດທະນະທຳເຍົາວະຊົນ, ອະນຸຊົນໃນທົ່ວປະເທດ. ແລະ ຄັດເລືອກພາບແຕ້ມ 307 ແຜ່ນເພື່ອນຳມາວາງສະແດງ ແລະ ມອບລາງວັນໃຫ້ 50 ສ່ວນບຸກຄົນທີ່ໄດ້ຮັບລາງວັນ ແລະ 20 ໝູ່ຄະນະທີ່ມີພາບແຕ້ມຫຼາຍແຜ່ນເຂົ້າຮ່ວມການເສັງ.

ຕອບກັບ

ຂ່າວ/ບົດ​ອື່ນ