ວັນບຸນໄຫວ້ພະຈັນຂອງເດັກນ້ອຍທຸກຍາກ

(VOVWORLD) -ພວກນ້ອງນັກຮຽນ ໄດ້ຊົມບັນດາລາຍການສະແດງສິລະປະວັນນະຄະດີອະນຸຊົນທີ່ຟົດຟື້ນ ແລະ ຫຼິ້ນເກມຊິງລາງວັນອີກຫຼາຍຢ່າງ

ວັນບຸນໄຫວ້ພະຈັນຂອງເດັກນ້ອຍທຸກຍາກ - ảnh 1ພວກນ້ອງນັກຮຽນ ຊົມການເຊິດສິງໂຕດ້ວຍຄວາມເບິກບານມ່ວນຊື່ນ

(ພາບ:Lan Anh/VOV5)

ເດັກທຸກຍາກ ຈໍານວນ 410 ຄົນ ໄດ້ເຂົ້າຮ່ວມລາຍການ “ແບ່ງປັນຄວາມຮັກແພງ” ຄັ້ງທີ 4 ເຊິ່ງໄດ້ດໍາເນີນໃນວັນທີ 16 ກັນຍາ ຢູ່ຫໍວັດທະນະທໍາຊາວໜຸ່ມນະຄອນ ໂຮ່ຈິມິນ. ນອກຈາກນັ້ນ, ຍັງໄດ້ມອບລົດຖີບ 20 ຄັນ ແລະ ທຶນການສຶກສາ 80 ທຶນ ໃຫ້ແກ່ພວກນ້ອງ ນັກຮຽນທີ່ມີສະພາບຄອບຄົວທຸກຍາກ ແຕ່ໄດ້ພະຍາຍາມບືນຕົວຂຶ້ນໃນການຮໍ່າຮຽນ ແລະຝຶກຝົນຫຼໍ່ຫຼອມ, ແຕ່ລະທຶນມີມູນຄ່າແຕ່ 1.000.000 – 3.500.000 ລ້ານດົ່ງ ແລ້ວແຕ່ຊັ້ນການສຶກສາ, ໃນນັ້ນ, 24 ທຶນການສຶກສາ ໄລຍະຍາວ ໄດ້ມອບໃນທຸກປີ. ພວກນ້ອງນັກຮຽນ ຍັງໄດ້ຊົມບັນດາລາຍການສະແດງສິລະປະວັນນະຄະດີອະນຸຊົນທີ່ຟົດຟື້ນ ແລະ ຫຼິ້ນເກມຊິງລາງວັນອີກຫຼາຍຢ່າງ.

ຕອບກັບ

ຂ່າວ/ບົດ​ອື່ນ