ວັນບຸນໝາກລິ້ນຈີ່ຫວຽດນາມຢູ່ອົດສະຕາລີ

ວັນບຸນໝາກລິ້ນຈີ່ຫວຽດນາມຢູ່ອົດສະຕາລີ - ảnh 1
ວັນບຸນໝາກລິ້ນຈີ່ຫວຽດນາມຢູ່ອົດສະຕາລີ
(ພາບ: news.zing.vn)


​(vovworld) - ວັນ​ທີ 29/06, ຢູ່​ນະຄອນ Melbourne, ທາງ​ພາກ​ໃຕ້​ປະ​ເທດ​ອົດ​ສະ​ຕາ​ລີ,​ ​ໄດ້​ຈັດ​ວັນ​ບຸນ “ໝາກ​ລິ້ນຈີ່ນຫວຽດນາມ”. ​ເຫດການ​ໂດຍ​​ອົງການການ​ຄ້າ​ຫວຽດນາມ ສົມທົບ​ກັບ​ສະມາຄົມ​ນັກທຸລະກິດ​ຫວຽດນາມ ປະຈຳ​ອົດ​ສະ​ຕາ​ລີ ຈັດ​ຕັ້ງ, ​ເພື່ອ​ໂຄສະນາໝາກ​ລິ້ຈີ່ນຫວຽດນາມ ຢູ່​ອົດ​ສະ​ຕາ​ລີ. ການ​ເຄື່ອນ​ໄຫວ​ດັ່ງກ່າວ​ຖືກດຳ​ເນີນ​​ໄປ​​ໃນ​ເວລາກວ່າ​ສັບປະດາ​ໜຶ່ງ ​ເມື່ອໝາກ​ລິ້ຈີ່ນຫວຽດນາມ ນັບ​ສີ​ບໆ​​ໂຕນທຳ​ອິດ ​ໄດ້ສົ່ງ​ໄປ​ຂາຍ​ຢູ່​ອົດ​ສະ​ຕາ​ລີ. ​ເພ​ື່ອຕອບ​ສະ​ໜອງ “ວັນໝາກ​ລິ້ຈີ່ນຫວຽດນາມ”, ມີ​ພໍ່​​ແມ່​ປະຊາຊົນຊາວ​ຫວຽດນາມ ອາ​ໄສ​ຢູ່​ອົດ​ສະ​ຕາ​ລີ, ນັກ​ສຶກສາຫວຽດນາມ ​ແລະ ອົດ​ສະ​ຕາ​ລີ ກໍ​ຄືນັກ​ທ່ອງ​ທ່ຽວ​ສາກົນ​ຢູ່ນະຄອນ Melbourne ​ໄດ້​ມາຊື້ໝາກ​ລິ້ຈີ່ນຫວຽດນາມ.

      ປະຈຸ​ບັນ, ອົງການການ​ຄ້າ​ຫວຽດນາມ ປະຈຳ​ອົດ​ສະ​ຕາ​ລີ ພວມ​ຮີບ​ເຮ່ັງສ້າງ​ແຜນການ​ສົ່ງ​ເສີມ​ບັນດາ​ການ​ເຄື່ອນ​ໄຫ​ວຄ້າຍ​ຄື​ກັນ​ຢູ່​ນະຄອນ​ອື່ນໆ ​ເພື່ອ​ໂຄສະນາໝາກ​ລິ້ຈີ່ນຫວຽດນາມ ​ເຖິງ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແລະ ບັນດາ​ປະ​ເທດ​ອາຊີ​ອື່ນ​ຢູ່​ອົດສຕາ​ລີ.

ຂ່າວ/ບົດ​ອື່ນ