ວັນພະຍາບານໂລກໃນປີພະຍາບານແລະພະດຸງຄັນ

(VOVWORLD) -ອົງການອະນາໂມໂລກ (WHO) ໄດ້ຕົກລົງຖືເອົາປີ 2020 ແມ່ນປີພະຍາບານ ແລະ ພະດຸງຄັນ ເພື່ອເຊີດຊູການປະກອບສ່ວນຂອງບັນດາແພດພະຍາບານ
ວັນພະຍາບານໂລກໃນປີພະຍາບານແລະພະດຸງຄັນ - ảnh 1(ພາບປະກອບ: EPA-EFE)

ວັນທີ 12 ພຶດສະພາ ແມ່ນວັນພະຍາບານໂລກໃນປີພະຍາບານ ແລະ ພະດຸງຄັນ 2020. ນີ້ແມ່ນວັນເພື່ອເຊີດຊູບັນດາແພດພະຍາບານປີນີ້ ຍິ່ງມີຄວາມພິເສດກວ່າໃນສະພາບທີ່ບັນດາພະຍາບານພວມຢູ່ແຖວໜ້າຕ້ານໂລກລະບາດໂຄວິດ- 19. ອົງການອະນາໂມໂລກ (WHO) ໄດ້ຕົກລົງຖືເອົາປີ 2020 ແມ່ນປີພະຍາບານ ແລະ ພະດຸງຄັນ ເພື່ອເຊີດຊູການປະກອບສ່ວນຂອງບັນດາແພດພະຍາບານ; ພິເສດແມ່ນບັນດາການອຸທິດສ່ວນຢ່າງສຸດຈິດສຸດໃຈ, ນັບທັງການເສຍສະຫຼະຊີວິດຍ້ອນໂລກລະບາດໂຄວິດ-19. ທ່ານ Tedros Adhanom Ghebreyesus, ຢືນຢັນວ່າ, ບັນດາພະຍາບານແມ່ນກະດູກສັນຫຼັງຂອງທັງລະບົບສາທາລະນະສຸກ ແລະ ໃນຈຸດເວລາເກີດໂລກລະບາດໂຄວິດ-19, ບັນດາພະຍາບານໄດ້ຜ່ານຜ່າຄວາມອັນຕະລາຍເພື່ອກູ້ເອົາຊີວິດໃຫ້ຫຼາຍຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ