ວັນສາກົນຮັກສາຊັ້ນ ozon: ຟື້ນຟູ ຊັ້ນ ozon, ຫລຸດຜ່ອນການປ່ຽນແປງຂອງດິນຟ້າອາກາດ

(VOVWORLD) - ວັນສາກົນຮັກສາຊັ້ນ ozon ຄືວັນທີ 16 ກັນຍາປີນີ້ ມີຫົວຂໍ້: “ອະນຸສັນຍາ Montreal: ການຟື້ນຟູຊັ້ນ ozon ແລະ ຫລຸດຜ່ອນການປ່ຽນແປງຂອງດິນຟ້າອາກາດ.
ວັນສາກົນຮັກສາຊັ້ນ ozon: ຟື້ນຟູ ຊັ້ນ ozon, ຫລຸດຜ່ອນການປ່ຽນແປງຂອງດິນຟ້າອາກາດ - ảnh 1ພາບປະກອບ:  kinhtemoitruong.vn

ໂດຍຕອບສະຫນອງຫົວຂໍ້ດັ່ງກ່າວ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມ ສົມທົບກັບບັນດາຝ່າຍກ່ຽວຂ້ອງ ຈັດຕັ້ງການເຄື່ອນໄຫວຕ່າງໆເພື່ອແນໃສ່ປະເມີນຜົນ ແລະ ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້ຂອງການປະຕິບັດ  ອະນຸສັນຍາ Montreal ກ່ຽວກັບບັນດາທາດເຮັດໃຫ້ຊັ້ນ ozon ຊຸດໂຊມ. ທ່ານ ຫງວຽນຕວັນກວາງ, ຮອງຫົວຫນ້າ ກົມປ່ຽນແປງຂອງດິນຟ້າອາກາດ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ໃຫ້ຮູ້ວ່າ:

 “ປີນີ້, ຫົວຂໍ້ຂອງວັນສາກົນຮັກສາຊັ້ນ ozon ເປັນການສະແດງໃຫ້ເຫັນຄວາມຈຳເປັນຕ້ອງມີການກະທຳບົນພື້ນຖານສົມທົບກັນສ້າງການພົວພັນ ແລະພັດທະນາການຮ່ວມມືທົ່ວໂລກ ເພື່ອແກ້ໄຂບັນດາສິ່ງທ້າທາຍກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະຮ່ວມແຮງຮ່ວມໃຈຟື້ນຟູຊັ້ນ ozon.”

  ຕາມແຜນການແລ້ວ, ນັບແຕ່ປີຫນ້າ ຫວຽດນາມຈະກ້າວເຂົ້າສູ່ໄລຍທຳອິດຂອງວິວັດທະນາການຄຸ້ມຄອງ, ລົບລ້າງບັນດາທາດກໍ່ອາຍພິດເຮືອນແກ້ວ.   ໃນປີນີ້ ຄາດວ່າ ທ່ານນາຍົກລັດຖະມົນຕີ ຈະເຊັນອະນຸມັດແຜນການແຫ່ງຊາດກ່ຽວກັບການຄຸ້ມຄອງ, ລົບລ້າງທາດເຮັດໃຫ້ຊັ້ນ ozon ຊຸດໂຊມ, ທາດກໍ່ອາຍພິດເຮືອນແກ້ວກໍ່ໄດ້ຮັບການຄວບຄຸມ.

ຕອບກັບ

ຂ່າວ/ບົດ​ອື່ນ