ວິສາຫະກິດ, ນັກທຸລະກິດຍາມໃດກໍ່ມີທີ່ຕັ້ງພິເສດໃນການພັດທະນາປະເທດຊາດ

(VOVWORLD) -ຍາມໃດວິສາຫະກິດ, ນັກທຸລະກິດກໍ່ມີທີ່ຕັ້ງພິເສດ, ແມ່ນກຳລັງໜູນໃນການພັດທະນາ ແລະ ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ.
ວິສາຫະກິດ, ນັກທຸລະກິດຍາມໃດກໍ່ມີທີ່ຕັ້ງພິເສດໃນການພັດທະນາປະເທດຊາດ - ảnh 1ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບິ່ງ
(ພາບ: TTXVN)

 ຕອນບ່າຍວັນທີ 07 ມັງກອນ, ທີ່ການພົບປະກັບຄະນະຜູ້ແທນວິສາຫະກິດ, ນັກທຸລະກິດດີເດັ່ນຂຶ້ນກັບສະຫະສະມາຄົມວິສາຫະກິດຂະໜາດນ້ອຍ ແລະ ກາງຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບິ່ງ ໄດ້ຢືນຢັນວ່າ, ຍາມໃດວິສາຫະກິດ, ນັກທຸລະກິດກໍ່ມີທີ່ຕັ້ງພິເສດ, ແມ່ນກຳລັງໜູນໃນການພັດທະນາ ແລະ ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ. ໃນໄລຍະຜ່ານມາ, ພັກ ແລະ ລັດ ໄດ້ປະກາດໃຊ້ມະຕິ, ແຜນນະໂຍບາຍ, ນະໂຍບາຍຫຼາຍສະບັບ ເພື່ອແນໃສ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ, ປະຕິຮູບການບໍລິຫານ, ໜູນຊ່ວຍວິສາຫະກິດຍົກສູງກຳລັງແກ່ງແຍ້ງ, ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດພັດທະນາ. ໃນໄລຍະຈະມາເຖິງ, ທ່ານຮອງນາຍົກລັດຖະມົນຕີໄດ້ໃສ່ໃຈວ່າ, ບັນດາສະມາຊິກຂອງສະຫະສະມາຄົມຕ້ອງນຳໜ້າໃນການເພີ່ມທະວີການນຳໃຊ້ວິທະຍາສາດ, ເຕັກນິກ, ນຳກົນຈັກ, ເຄື່ອງອຸປະກອນເຕັກໂນໂລຊີສູງ ປ່ຽນແທນໃຫ້ການອອກແຮງງານຫັດຖະກຳ ເພື່ອຫຼຸດຜ່ອນການສົ່ງຜົນກະທົບທີ່ຫຍໍ້ທໍ້ຕໍ່ສິ່ງແວດລ້ອມ; ຍົກສູງຄຸນນະພາບ, ປະລິມານຜະລິດຕະພັນ, ມີກຳລັງແກ່ງແຍ້ງຢ່າງພຽງພໍຢູ່ຕະຫຼາດພາຍໃນປະເທດ ແລະ ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ