ວິສາຫະກິດ ຫວຽດນາມ ແລະ ອາເມລິກາ ຄັດຄ້ານພາສີ ຕ້ານການຊ່ວຍຫນູນ ສຳລັບກຸ້ງນຳເຂົ້າຈາກຫວຽດນາມ

(vovworld)-ຄຳ​ຕັດສິນ​ສຸດ​ທ້າຍ​ຂອງ​ກະຊວງ​ການ​ຄ້າ​ອາ​ເມ​ລິ​ກາກ່ຽວ​ກັບ​ການ​ຈັດ​ວາງ​ພາສີ​ຕ້ານ​ການ​ຊ່ວຍ​ຫນູນ​ສຳລັບ​ກຸ້ງ​ແຊ​ເຢັນ​ນຳ​ເຂົ້າ​ຈາກ ຫວຽດນາມ ​ໄດ້​ກໍ່​ຄວາມ​ຂັດ​ໃຈ​ຕໍ່​ບັນດາ​ວິ​ສາ​ຫະກິດ​ດຳ​ເນີນ​ທຸລະ​ກິດ​ສິນຄ້າ​ປະ​ເພດ​ດັ່ງກ່າວ​ ທັງ ຢູ່ ຫວຽດນາມ ​ແລະ ອາ​ເມ​ລິ​ກາ. ທ່ານ ຫງວຽນ​ວັນ​ກີ​ກ, ຜູ້ອຳນວຍການ​ໃຫຍ່​ບໍລິສັດ​ຫຸ້ນ​ສ່ວນ​ສິນ​ໃນ​ນ້ຳ Cafatex, ບໍລິສັດ​ຜະລິ​ດສະ​ເພາະ​ກຸ້ງ​ແຊ​ເຢັນ ຖື​ວ່າ: ປະຈຸ​ບັນ ບັນດາ​ວິ​ສາ​ຫະກິດພວມ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດຕາມ​ກົນ​ໄກ​ການ​ຕະຫລາດ. ສະ​ນັ້ນ ບໍ່​ໄດ້​ຮັບ​ການ​ຊ່ວຍຫນູນ​ຈາກ​ລັດ​ໃນ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດ ​ແລະ ກໍ​ບໍ່​ໄດ້​ຮັບ​ການ​ຊ່ວຍ​ຫນູນ​ພິ​ເສດສະ​ເພາະ​ໃດ​ໃຫ້​ແກ່​ຂະ​ແຫນງ​ກຸ້​ງ​ໃນ​ຫລາຍ​ປີຜ່ານມາ. ທ່ານ ຫງວຽນ​ວັນ​ກີ​ກ ​ເວົ້າ​ວ່າ:

        “​ໃນ​ຂະ​ແຫນງ​ລ້ຽງ​ສັດ, ​ເປັນ​ຕົ້ນ​ແມ່ນ​ຂະ​ແຫນງລ້ຽງ​ກຸ້ງບໍ່​ໄດ້​ຮັບ​ການ​ຊ່ວຍ​ຫນູນ​ໃດ​ໆ. ປະຊາຊົນ​ຕ້ອງ​ຮັບຜິດຊອບ​ເອງ. ຄຳຕັດສິນ​ດັ່ງກ່າວ​ຂອງ​ກະຊວງ​ການ​ຄ້າ ອາ​ເມ​ລິ​ກາ ​ໄດ້​ສົ່ງ​ຜົນ​ສະທ້ອນ​ເຖິງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ. ນີ້​ແມ່ນ​ຄຳ​ຕັດສິນ​ບໍ່​ຍຸຕິ​ທຳ.”

        ​ໃນ​ຂະນະ​ນັ້ນ, ວັນ​ທີ 14/8 ຢູ່ ອາ​ເມ​ລິ​ກາ,​ ​ໃນ​ວາລະ​ອະພິປາຍ​ສຸດ​ທ້າຍ​ກ່ຽວ​ກັບ​ການ​ຟ້ອງ​ຮ້ອງ​ຂອງ​ພັນ​ທະ​ມິດ​ອຸດສາຫະກຳ​ກຸ້​ງ​ເຂດ​ອ່າວ ​ອາ​ເມ​ລິ​ກາ ສຳລັບ​ກຸ້​ງ​ແຊ​ເຢັນ​ນຳ​ເຂົ້າ​ຈາກ​ຫວຽດນາມ ​ແລະ ປະ​ເທ​ດອື່ນ​ຈຳນວນ​ຫນຶ່ງ, ວິ​ສາ​ຫະກິດ​ອາ​ເມ​ລິ​ກາ ຫລາຍ​ແຫ່ງ ​ໄດ້​ອອກ​ຄຳ​ຄັດຄ້ານການຈັດ​ວາງ​ພາສີ​ຕ້ານ​ການ​ຊ່ວຍ​ຫນູນ​ສຳລັບ​ສິນຄ້າ​ປະ​ເພດ​ດັ່ງກ່າວ. ທ່ານ Eric Buckner, ຜູ້ອຳ​ນວຍ​ການ​ຮັບຜິດຊອບ​ສິນ​ໃນ​ນ້ຳຂອງ​ກຸ່ມ​ບໍລິສັດ Sysco ຂອງ​ອາ​ເມ​ລິ​ກາ ​ຢືນຢັນ​ວ່າ: ກຸ້ງ​ລ້ຽງ​ນຳ​ເຂົ້າ ​ແລະ ກຸ້ງ​ທີ່ຂຸດ​ຄົ້ນ​ທຳ​ມະຊາດ ​ແມ່ນ​ສອງ​ຜະລິດ​ຕະພັນ​ແຕກ​ຕ່າງ​ກັນ ສະ​ນັ້ນ ບໍ່ສາມາດ​ແກ້ງ​ແຍ້​ງນຳ​ກັນ​ໄດ້. ສ່ວນ ທ່ານ Guy Pizzuti ຜູ້ອຳນວຍການ ຮັບຜິດຊອບ​ສິນ​ໃນ​ນ້ຳຂອງ Publix Super Markets ຊື່​ງ​ແມ່ນ​ຫນຶ່ງ​ໃນຈຳນວນ​10 ​ລະບົບຮ້ານຊັບພະ​ສິນຄ້າ​ໃຫຍ່ກວ່າ​ໝູ່ ຂອງ​ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ:

ວິສາຫະກິດ ຫວຽດນາມ ແລະ ອາເມລິກາ ຄັດຄ້ານພາສີ ຕ້ານການຊ່ວຍຫນູນ ສຳລັບກຸ້ງນຳເຂົ້າຈາກຫວຽດນາມ - ảnh 1
ພາບປະກອບ:internet

        “ຂ້າພະ​ເຈົ້າ​ຄິດ​ວ່າ ກຸ້ງລ້ຽງ​ນຳ​ເຂົ້າ​ ​ແລະ ກຸ້ງທີ່​ຂຸດ​ຄົ້ນ​ທຳ​ມະ​ຊາດ​ແມ່ນຜະລິດ​ຕະພັນ​ສອງ​ປະ​ເພດ​ບໍ່​ສາມາດນຳ​ເອົາ​ແກ້ງ​ແຍ້​ງ​​ກັນ​ໄດ້. ບໍລິສັດ​ພວກ​ຂ້າພະ​ເຈົ້າ​ມີ​ແຜນການ Maketing ​ແລະ ຈຳ​ຫນ່າຍ ທີ່​ແຕກ​ຕ່າງ​ກັນສຳລັບສອງ​ປະ​ເພດ​ສິນ​ຄ້າ​ດັ່ງກ່າວ.”

ຂ່າວ/ບົດ​ອື່ນ