ວິສາຫະກິດ ອິນໂດເນເຊຍ ມີຄວາມປະເອີບໃຈຕໍ່ແງ່ຫວັງຮ່ວມມືດ້ານເສດຖະກິດກັບ ຫວຽດນາມ

(VOVWORLD) - ໄລ່ຮອດທ້າຍເດືອນ ພະຈິກ 2023, ຍອດເງິນລົງທຶນຂອງ ອິນໂດເນເຊຍ ເຂົ້າ ຫວຽດນາມ ບັນລຸ 651,21 ລ້ານ USD, ດ້ວຍ 120 ໂຄງການຍັງມີຜົນສັກສິດຢູ່, ຢືນອັນດັບທີ 29/143 ປະເທດ ແລະ ເຂດແຄ້ວນທີ່ມີເງິນລົງທຶນເຂົ້າ ຫວຽດນາມ.
ວິສາຫະກິດ ອິນໂດເນເຊຍ ມີຄວາມປະເອີບໃຈຕໍ່ແງ່ຫວັງຮ່ວມມືດ້ານເສດຖະກິດກັບ ຫວຽດນາມ - ảnh 1(ກອງປະຊຸມແລກປ່ຽນການຄ້າ ຫວຽດນາມ - ອິນໂດເນເຊຍ ຢູ່ ຈາກາຕາ)

   ໂດຍໄດ້ຮັບຄຳເຊີນຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ, ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ຈະໄປຢ້ຽມຢາມ ຫວຽດນາມ ແຕ່ວັນທີ 11-13 ມັງກອນ. ກ່ອນການຢ້ຽມຢາມ, ການນຳວິສາຫະກິດ ອິນໂດເນເຊຍ ຫຼາຍແຫ່ງມີຄວາມເຊື່ອໝັ້ນໂດຍຖືວ່າ, ການຮ່ວມມືດ້ານເສດຖະກິດລະຫວ່າງ 2 ປະເທດຈະມີບາດກ້າວບຸກທະລຸໃນໄລຍະມາເຖິງ.

        ໄລ່ຮອດທ້າຍເດືອນ ພະຈິກ 2023, ຍອດເງິນລົງທຶນຂອງ ອິນໂດເນເຊຍ ເຂົ້າ ຫວຽດນາມ ບັນລຸ 651,21 ລ້ານ USD, ດ້ວຍ 120 ໂຄງການຍັງມີຜົນສັກສິດຢູ່, ຢືນອັນດັບທີ 29/143 ປະເທດ ແລະ ເຂດແຄ້ວນທີ່ມີເງິນລົງທຶນເຂົ້າ ຫວຽດນາມ. ກ່ຽວກັບດ້ານການຄ້າ, ວົງເງິນການຄ້າ 2 ຝ່າຍ ຫວຽດນາມ - ອິນໂດເນເຊຍ ໄດ້ເພີ່ມຂຶ້ນແຕ່ 8,20 ຕື້ USD ໃນປີ 2020 ຂຶ້ນເປັນ 14,17 ຕື້ USD ໃນປີ 2022. ອິນໂດເນເຊຍ ກາຍເປັນຕະຫຼາດສົ່ງອອກໃຫຍ່ຢືນອັນດັບທີ 3 ແລະ ຕະຫຼາດນຳເຂົ້າຢືນອັນດັບທີ 2 ຂອງ ຫວຽດນາມ ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ໃນປີ 2023. ໃນອະນາຄົດ, ໜຶ່ງໃນບັນດາເປົ້າໝາຍຈຸດສຸມເຊິ່ງການນຳ 2 ປະເທດໄດ້ວາງອອກແມ່ນ ຍົກວົງເງິນການຄ້າ 2 ຝ່າຍໃຫ້ຂຶ້ນເປັນ 15 ຕື້ USD ໃນປີ 2028. ທ່ານຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ອິນໂດເນເຊຍ Shinta Widjaja Kamdani, ໃຫ້ຮູ້ວ່າ:

   “ສິ່ງທີ່ຈະແຈ້ງແລ້ວວ່າ, ຍັງມີຫຼາຍວຽກງານຕ້ອງເຮັດ ເພື່ອເຮັດແນວໃດຫັນການຄ້າຢ່າງສຸດຂີດ, ພິເສດແມ່ນພາຍໃນ ອາຊຽນ, ພວກເຮົາສາມາດປຶກສາຫາລືເພື່ອເຮັດແນວໃດຊຸກຍູ້ດ້ານການຄ້າພາຍໃນກຸ່ມ ໃຫ້ເປັນຢ່າງດີທີ່ສຸດ. ຄ້າຍຄືກັນ, ສຳລັບຂົງເຂດລົງທຶນ, ຂ້າພະເຈົ້າຄິດວ່າ ຈຳນວນເງິນລົງທຶນລະຫວ່າງ 2 ປະເທດຍັງໜ້ອຍຢູ່”.

ຕອບກັບ

ຂ່າວ/ບົດ​ອື່ນ