ວິສາຫະກິດ ອາເມລິກາ ຕີລາຄາສູງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຂອງ ຫວຽດນາມ

ວິສາຫະກິດ ອາເມລິກາ ຕີລາຄາສູງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຂອງ ຫວຽດນາມ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ
​ຕ້ອນຮັບ​ຄະ​ນະ​ຜູ້​ແທນ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ
(ພາບ: TTXVN)

(vovworld) - ທີ່​ການ​ຕ້ອນຮັບ​ຄະ​ນະ​ຜູ້​ແທນ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ ມາ​ຊອກ​ຫາ​ກາລະ​ໂອກາດ​ລົງທຶນ​ເຂົ້າ ຫວຽດນາມ ​ໃນ​ຕອນ​ບ່າຍ​ວັນ​ທີ 09/03, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ຢືນຢັນ​ວ່າ: ຫວຽດນາມ ພວ​ມຕັ້ງໜ້າ​ປະຕິ​ຮູບ​ແຮງ​ກ່ວາ​ອີກ, ​ເຊື່ອ​ມ​ໂຍງ​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ​ກ່ວາ, ສ້າງ​ທຸກ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ນັກ​ລົງທຶນ, ​ໃນ​ນັ້ນ​ມີ​ນັກ​ລົງ​ທຶນ ອາ​ເມ​ລິ​ກາ. ທ່ານ​ນາຍົກລັດ​ຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ຫວນ​ຄືນ​ເນື້ອ​ໃນ​ການ​ເຈລະຈາ​ທາງ​ໂທລະສັບ​ກັບ​ທ່ານ​ປະທານາທິບໍດີ ອາ​​ເມ​ລິ​ກາ Donal Trump, ພ້ອມ​ທັງຊີ້​ແຈ້ງວ່າ: ລັດຖະບານ ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ເຮັດ​ວຽກ​ກັບ​ອຳນາດ​ການ​ປົກຄອງ​ຂອງ​ປະທານາທິບໍດີ Donal Trump ​ເພື່ອ​ຊຸກຍູ້​ການ​ພົວພັນ​ກັບ ອາ​ເມ​ລິ​ກາ ​ແລະ ທ່ານ​ນາຍົກ​ລັດຖະມົນຕີ ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ຢ້ຽມຢາມ ອາ​ເມ​ລິ​ກາ ​ເພື່ອ​​ເຮັດ​ໃຫ້ບັນດາ​ສິ່ງ​ດັ່ງກ່າວ​ປະກົດ​ຜົນ​ເປັນ​ຈິງ. ທ່ານ​ນາຍົກລັດຖະມົນຕີກໍ່ສະ​ເໜີ​ຕໍ່​ຝ່າຍ ອາ​ເມ​ລິ​ກາ ສືບ​ຕໍ່​ເອົາ​ໃຈ​ໃສ່​ເຖິງ​ຕະຫລາດ ຫວຽດນາມ, ​ເປັນ​ຂົວ​ຕໍ່​ເພື່ອ​ໃຫ້​ວິ​ສາ​ຫະກິດ ອາ​ເມ​ລິ​ກາ ດຳ​ເນີນ​ທຸລະ​ກິດຢູ່ ຫວຽດນາມ, ພ້ອມ​ທັງຊຸກຍູ້​ລັດຖະບານ, ສະພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ​ເພີ່ມ​ທະວີ​ການ​ຮ່ວມ​ມື, ຮັບຮອງ​ພື້ນຖານ​ເສດຖະກິດ​ການ​ຕະຫລາດ​ຂອງ ຫວຽດນາມ ​ໂດຍ​ໄວ, ໜູນ​ຊ່ວຍ ຫວຽດນາມ ຈັດ​ຕັ້ງ​ກອງ​ປະຊຸມ​ສຸດ​ຍອດ APEC 2017 ສຳ​ເລັດ​ຜົນ.

        ສ່ວນ​ທ່ານ Michael W.Michalak ອະດີດ​ເອກ​ອັກຄະ​ລັດຖະທູດ ອາ​ເມ​ລິ​ກາ ປະຈຳ ຫວຽດນາມ, ຜູ້ຕາງໜ້າ​ຄະນະ​ຜູ້​ແທນ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ ຢືນຢັນ​ວ່າ ປະຊາ​ຄົມ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ ຈະ​ສືບ​ຕໍ່​ມານະ​ພະຍາຍາມ ​ເພື່ອ​ຄາດໝາຍ​ຫັນ​ການ​ຄ້າ​ເປັນ​ເສລີ ​ໂດຍ​ຜ່ານ​ບັນດາ​ສັນຍາ, ພ້ອມ​ທັງ​ຍັງ​ຄົງ​ສືບ​ຕໍ່​ການ​ຄົ້ນຄວ້າ ​ເພື່ອ​ລົງທຶນ​ເຂົ້າ ຫວຽດນາມ ​ໃນ​ທຸກ​ຂົງ​ເຂດ​ຄື: ພະລັງງານລົມ, ອາຫານ​ລ້ຽງ​ສັດ, ການ​ເງິນ, ປະກັນ​ໄພ…​ແລະ ບັນດາ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ ຈະ​ມານະ​ພະຍາຍາມ​ເຊີນທ່ານ​ປະທານາທິບໍດີ  Donal Trump ຢ້ຽມຢາມ ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ APEC ​ໃນ​ທ້າຍ​ປີ 2017.

 

 


ຕອບກັບ

ຂ່າວ/ບົດ​ອື່ນ