ວິສາຫະກິດ ເອີລົບ ມີຄວາມປະເອີບໃຈ ຕໍ່ເສດຖະກິດ ຫວຽດນາມ ໃນປີ 2013

ວິສາຫະກິດ ເອີລົບ ມີຄວາມປະເອີບໃຈ ຕໍ່ເສດຖະກິດ ຫວຽດນາມ ໃນປີ 2013 - ảnh 1
ບໍລິສັດ Piagio ຂອງ ອີຕາລີ ຜະລິດ ລົດຈັກ SH ຢູ່ ຫວຽດນາມ
(ພາບ: vietnam.vn)

(vovworld) – ໝາກຜົນ​ແຫ່ງ​ການ​ສຳ​ຫຼວດ ດັດ​ຊະນີ​ດຳ​ເນີນ​ທຸລະ​ກິດ​ຂອງ​ບັນດາ​ວິ​ສາ​ຫະກິດ ​ເອີ​ລົບ​ ປະຈຳ​​ໄຕ່​ມາ​ດ ​ໂດຍ​ຫ້ອງ​ການ​ການ​ຄ້າ ​ເອີ​ລົບ ປະຈຳ ຫວຽດນາມ (ຫຼື EuroCham) ປະຕິບັດ​ໃນ​ເດືອນ 2/2013 ​​ເຊິ່ງປະກາດ​ໃນ​ວັນ​ທີ 7/3 ​ຜ່ານ​ມາໃຫ້​ຮູ້​ວ່າ: ລະດັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ​ແງ່​ຫວັງ​ດຳ​ເນີນ​ທຸລະ​ກິດ​ໃນ​ວົງ​ຄະນະ​ຍາດ​ວິ​ສາ​ຫະກິດ ​ເອີ​ລົບ ປະຈຳ ຫວຽດນາມ ພວມ​ຄ່ອຍໆ​ໄດ້​ຮັບ​ການ​ປັບປຸງ. ດັດ​ຊະນີ​ດຳ​ເນີນ​ທຸລະ​ກິດ​ໃນ​ໄຕ່​ມາດ​ນີ້​ໄດ້​ເພີ່ມ​ຂຶ້ນ​ແຕ່ 45 – 48 ຄະ​ແນນ. ​ເມື່ອ​ທຽບ​ໃສ່​ການ​ສຳ​ຫຼວດ​ໃນ​ໄຕ່​ມາດ​ກ່ອນ, ຈຳນວນ​ວິ​ສາ​ຫະກິດ ຕີ​ລາຄາ​ສູງ ກ່ຽວ​ກັບ​ສະພາບ​ການ​ດຳ​ເນີນ​ທຸລະ​ກິດ​​ໃນປະຈຸ​ບັນ​ໄດ​້​ເພີ່ມ​ຂຶ້ນ​ແຕ່ 26% - 40%.

        ທ່ານ​ປະທານ EuroCham Preben Hiortlund ​ແບ່ງປັນ​ວ່າໝາກຜົນ​ແຫ່ງ​ການ​ສຳ​ຫຼວດດັ່ງ​ກ່າວ​ແມ່ນ​ດີ​ພໍ​ສົມຄວນ, ​ສະ​ແດງ​​ໃຫ້​ເຫັນຄວາມ​ເປັນ​ປົກກະຕິ​ໃນ​ສະພາບການ​ເສດຖະກິດ​ມະຫາ​ພາກ. ​ແຕ່​​ເຖິງຢ່າງ​ໃດ​ກໍ​ຕາມ, ລັດຖະບານ ຫວຽດນາມ ຄວນ​ພະຍາຍາມ​ເພື່ອ​ປັບປຸງ​ບັນດາ​ບັນຫາ​ກ່ຽວ​ກັບ​ໂຄງ​ປະກອບ​ພື້ນຖານ​ຂອງ​ພື້ນຖານເສດຖະກິດ.

ຂ່າວ/ບົດ​ອື່ນ