ວິສາຫະກິດ200ແຫ່ງໄດ້ຮັບນາມມະຍົດ“ສິນຄ້າຫວຽດນາມໄດ້ຮັບຄວາມນິຍົມຈາກຜູ້ຊົມໃຊ້”

ວິສາຫະກິດ200ແຫ່ງໄດ້ຮັບນາມມະຍົດ“ສິນຄ້າຫວຽດນາມໄດ້ຮັບຄວາມນິຍົມຈາກຜູ້ຊົມໃຊ້” - ảnh 1
(ພາບປະກອບ)

(vovworld) – ຕອນ​ເຊົ້າ​ວັນ​ທີ 20/12 ຢູ່​ຮ່າ​ໂນ້ຍ, ຄະນະ​ຊີ້​ນຳການຂົນຂວາຍນະຄອນ ຮ່າ​ໂນ້ຍ ສົມທົບ​ກັບ​ສະຖານີ​ໂທລະພາບ ຮ່າ​ໂນ້ຍ, ບໍລິສັດ​ວັດທະນະທຳຖະ​ແຫຼ​ງຂ່າວ ຫວຽດນາມ ຈັດ​ຕັ້ງ​ພິທີ​ເຊີດ​ຊູ “ສິນຄ້າ ຫວຽດນາມ ​ໄດ້​ຮັບ​ຄວາມ​ນິຄົມ​ຈາກ​ຜູ້​ຊົມ​ໃຊ້” ຄັ້ງ​ທີ 6 ປີ 2015. ກ່າວ​ຄຳ​ເຫັນ​ທີ່​ພິທີ​ເຊີດ​ຊູ, ທ່ານ ດ່າວວັນ​ບິ່ງ, ປະທານ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ນະຄອນ ຮ່າ​ໂນ້ຍ, ຫົວ​ໜ້າ​ຄະນະ​ຊີ້​ນຳ​ບັ້ນ​ຂົນຂວາຍ​ເນັ້ນ​ໜັກ​ວ່າ: ​ໂດຍ​ຜັນ​ຂະຫຍາຍ​ຢ່າງ​ເລິກ​ເຊິ່ງ ກ້ວາງ​ຂວາງ ​ແລະ ​ເປັນ​ປະຈຳ, ບັ້ນ​ຂົນຂວາ​ບ “ຊາວ ຫວຽດນາມ​ ບຸລິມະສິດ​ຊົມໃຊ້ສິນຄ້າ ຫວຽດນາມ” ບັນລຸ​ໄດ້​ໝາກຜົນ​ສຳຄັນ​ຫລາຍ​ຢ່າງ. ຜ່ານ​ນັ້ນ ວິ​ສາ​ຫະກິດ​ຫລາຍ​ແຫ່ງ ​ໄດ້​ເອົາ​​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ ​ຍົກ​ສູງ​ຄຸນ​ນະພາ​ບຜະລິດ​ຕະພັນ, ສິນຄ້າ​ການບໍ​ລິ​ການ. ຈາກ​ນັ້ນ, ຢືນຢັນ​ເຄື່ອງໝາຍ​ການ​ຄ້າ​ຂອງ​ສິນຄ້າ​ຫວຽດນາມ ສຳລັບ​ຜູ້​ຊົມ​ໃຊ້, ສ້າງ​ການ​ຫັນປ່ຽນ​ໃນ​ການ​ຮັບ​ຮູ້ ​ແລະ ບຸລິມະສິດ​ຊົມໃຊ້​ສິນຄ້າ ຫວຽດນາມ ຂອງ​ປະຊາຊົນ.

ຂ່າວ/ບົດ​ອື່ນ