ວິສາຫະກິດຂະໜາດກາງແລະນ້ອຍຄວນຍູ້ແຮງການເຊື່ອມໂຍງ

ວິສາຫະກິດຂະໜາດກາງແລະນ້ອຍຄວນຍູ້ແຮງການເຊື່ອມໂຍງ - ảnh 1
ທ່ານ​ປະທານ​ປະ​ເທດເຈືອງ​ເຕີ໋ນຊາງ ພົບ​ປະ​​ຄະນະ​ຜູ້​ແທນ​ດີ​ເດັ່ນ
ວິ​ສາ​ຫະກິດ​ຂະ​ໜາດ​ກາງ ​ແລະ ຂະໜາດ​ນ້ອຍ
(ພາບ: TTXVN)

(vovworld) - ວັນ​ທີ 12/01, ທີ່​ການ​ພົບ​ປະ​ສັງ​ສັນ​ກັບ​ຄະນະ​ຜູ້​ແທນ​ດີ​ເດັ່ນທີ່​ຕາງໜ້າ​ໃຫ້​ ​ສະມາຊິກ​ສະຫະ​ສະມາຄົມ​ວິ​ສາ​ຫະກິດ​ຂະ​ໜາດ​ກາງ ​ແລະ ຂະໜາດ​ນ້ອຍ ຫວຽດນາມ ກ່ວາ62 ພັນ​ຄົນ,​ ​ເນື່ອງ​ໃນ​ໂອກາດ​ຕົ້ນ​ປີ​ໃໝ່, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ສຳຄັນ​ຂອງ​ສະຫະ​ສະມາຄົມ​ໃນ​ໄລຍະ​ຜ່ານ​ມາ, ທ່ານ​ປະທານ​ປະ​ເທດສະ​ເໜີ​ວ່າ: ອົງການ​ຈັດ​ຕັ້ງ​ຂອງ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ຂະໜາດ​ນ້ອຍ​ຄວນ​ຍູ້​ແຮງ​ບັນດາ​ການ​ເຄື່ອນ​ໄຫວ ​ເພື່ອ​ໜູນ​ຊ່ວຍ​ນັກ​ທຸກ​ລະ​ກິດ​ຍົກ​ສູງ​ລະດັບ​ຄວາມ​ຮູ້​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ດ້ານເສດຖະກິດ​ການ​ຕະຫລາດ, ຊ່ວຍ​ໃຫ້​ວິ​ສາ​ຫະກິດ​ແກ້​ໄຂ​ຄວາມ​ຫຍຸງ​ຍາກ​ໃນ​ລະບຽບ​ການ​ບໍລິຫານ, ສົ່ງ​ເສີມ​ການ​ຄ້າ, ຍູ​້​ແຮງ​ການ​ເປີດ​ກ້ວາງ​ຕະຫລາດ, ​ການຈຳໜ່າຍຜະລິດ​ຕະພັນ. ທ່ານ​ປະທານ​ປະ​ເທດ​ປາດ​ຖະໜາ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ປະຊາ​ຄົມ​ວິ​ສາ​ຫະກິດ​ສູ້​ຊົນ, ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາ​ດຂອງ​ຕົນ ໜູນ​ຊ່ວຍ​ກັນບືນ​ຕົວ​ຂຶ້ນ, ນັບ​ມື້​ນັບ​ພັດທະນາ​​ທັງ​ດ້ານປະລິມານ ​ແລະ ຄຸນ​ນະພາ​ບ. ສະຫະ​ສະມາຄົມ​ຄວມນເອົາ​ໃຈ​ໃສ່​ເປັນ​ພິ​ເສດ​​ເຖິງການ​ເຊື່ອມ​ຕໍ່​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ, ຄູ່​ຮ່ວມ​ມື​ພາຍ​ໃນ​ປະ​ເທດ ​ແລະ ຕ່າງປະ​ເທດ, ຊ່ວຍ​ໃຫ້​ບັນດາ​ວິ​ສາ​ຫະກິດ​ບັນລຸ​ໄດ້ຜົນ​ງານ​ຫລາຍກ່ວາອີກ, ຊຸກຍູ້​ການ​ເຄື່ອນ​ໄຫວ ​ເພື່ອ​ແນ​ໃສ່​ພັດທະນາ​ອຸດ​ສາ​ຫະກຳສຳຮອງ, ຍົກ​ສູງ​ອັດ​ຕາຜະລິດ​ຕະພັນ​ພາຍ​ໃນ, ​ປົກ​ປັກ​ຮັກສາ​ເຄື່ອງໝາຍ​ການ​ຄ້າ​ພາຍ​ໃນ​ປະ​ເທດ.

ຂ່າວ/ບົດ​ອື່ນ