ວິສາຫະກິດພາກເອກະຊົນແມ່ນກຳລັງຫນູນຍົກສູງກຳລັງແກ້ງແຍ້ງແລະລັກສະນະເປັນເຈົ້າຕົນເອງຂອງພື້ນຖານເສດຖະກິດ

ວິສາຫະກິດພາກເອກະຊົນແມ່ນກຳລັງຫນູນຍົກສູງກຳລັງແກ້ງແຍ້ງແລະລັກສະນະເປັນເຈົ້າຕົນເອງຂອງພື້ນຖານເສດຖະກິດ - ảnh 1
ພາບ​ປະ​ກອບ:TTXVN
(vovworld)-​ຕາມ​ມະ​ຕິ​ເລກ​ທີ 35 ກ່ຽວ​ກັບ​ການ​ຫນູນ​ຊ່ວຍ ແລະ ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ຮອດ​ປີ 2020 ຊື່ງ​ຫາ​ກໍ​ໄດ້​ຮັບ​ການ​ປະ​ກາດ​ໃຊ້​ຈາກລັດ​ຖະ​ບານ ແລ້ວ, ຫວຽດ​ນາມ ຈະ​ຍູ້​ແຮງ​ການ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃຫມ່, ຍົກ​ສູງ​ຄຸນ​ນະ​ພາບ​ການ​ເຕີບ​ໂຕ, ພັດ​ທະ​ນາ​ຕາມ​ລວງ​ເລິກ ໂດຍ​ອີງ​ໃສ່​ພູມ​ປັນ​ຍາ​ປ່ຽນ​ໃຫມ່, ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ສູງ, ໃນ​ນັ້ນ ວິ​ສາ​ຫະ​ກິດ, ເປັນ​ຕົ້​ນ​ແມ່ນ​ວິ​ສາ​ຫະ​ກິດ​ພາກ​ເອກ​ະ​ຊົນ ແມ່ນ​ກຳ​ລັງ​ຫນູນ​ຍົກ​ສູງ​ກຳ​ລັງ​ແກ້ງ​ແຍ້ງ ແລະ ລັກ​ສະ​ນ​ະ​ເປັນ​ເຈົ້າ​ຕົນ​ເອງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ. ລັດ​ຖະ​ບານ ໄດ້​ຮຽກ​ຮ​ອ້ງ​ບັນ​ດາ​ກະ​ຊວງ, ອົງ​ການ​ລັດ​ທຽບ​ເທົ່າ​ກະ​ຊວງ, ອົງ​ການ​ຂຶ້ນ​ກັບ​ລັດ​ຖະ​ບານ ,ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ບັນ​ດາ​ແຂວງ, ນະ​ຄອນ ຂຶ້ນ​ກັບ​ສູນ​ກາງ ຊີ້​ນຳ, ບໍ​ລິ​ຫານ, ຈັດ​ຕັ້ງ​ການ​ປະ​ຕິ​ບັດ​ບັນ​ດາ​ຄາດ​ໝາຍ, ຫລັກ​ການ, ຫນ້າ​ທີ​່ ແລະ ມາດ​ຕະ​ການ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ມຸ່ງ​ໄປ​ເຖິງ​ຄາດ​ໝາຍ​ຮອດ​ປີ 2020 ສ້າງວິ​ສາ​ຫະ​ກິດ​ຫວຽດ​ນາມ ມ​ີກ​ຳ​ລັງ​ຄວາມ​ສາ​ມາດ​ແກ້ງ​ແຍ້ງ, ພັດ​ທະ​ນາ​ແບບ​ຍືນ​ຍົງ. ທົ່ວ​ປະ​ເທດ​ມີວິ​ສາ​ຫະ​ກິດ​ຢ່າງ​ຫນ້ອຍ​ສຸດ 1 ລ້ານ​ແຫ່ງ, ໃນ​ນັ້ນ ບັນ​ດາ​ວິ​ສາ​ຫະ​ກິດ​ມີ​ຂອ​ບ​ຂະ​ຫນາດ​ໃຫຍ່, ແຫລ່ງ​ກຳ​ລັງ​ແຂງ​ແຮງ. ວິ​ສາ​ຫະ​ກິດ​ພາກ​ເອ​ກະ​ຊົນ​ຂອງ​ຫວຽດ​ນາມ ໄດ້​ປະ​ກອບ​ສ່ວນ 48-49% GDP, ປະ​ມານ 49% ຍອດ​ຈຳ​ນວນ​ເງິນ​ລົງ​ທຶນ​ທົ່ວ​ສັງ​ຄົມ.

 

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ