ວິສາຫະກິດສະວິດຊອກຫາໂອກາດຮ່ວມມືກັບຫວຽດນາມໃນຂົງເຂດການບິນ

(VOVWORLD) -ຕອນບ່າຍວັນທີ 25 ຕຸລາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານ Lukas Brosi ຜູ້ອຳນວຍການ ການເງິນຂອງກຸ່ມບໍລິສັດ ຊູລິກ ແອປອສ ຂອງສະວິດ
	     ວິສາຫະກິດສະວິດຊອກຫາໂອກາດຮ່ວມມືກັບຫວຽດນາມໃນຂົງເຂດການບິນ - ảnh 1

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິງເຫ້ວ ໃຫ້ຮູ້ວ່າ ຕະຫຼາດການບິນຫວຽດນາມພວມມີການເຕີບໂຕຢ່າງກະໂດດຂັ້ນໃນໄລຍະທີ່ຜ່ານມາ ແລະ ຂຶ້ນກັບກຸ່ມ 5 ຕະຫຼາດທີ່ມີຈຳນວນແຂກທ່ອງທ່ຽວທີ່ເດີນທາງດ້ວຍເຮືອບິນຫຼາຍກ່ວາໝູ່ໃນໂລກໃນຮອບ 20 ປີທີ່ຈະມາເຖິງ. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິງເຫ້ວ ຫວັງວ່າ ບັນດານັກລົງທຶນທັງຢູ່ພາຍໃນ ແລະ ຕ່າງປະເທດຈົ່ງພ້ອມກັນເຂົ້າຮ່ວມລົງທຶນກໍ່ສ້າງພື້ນຖານໂຄງລ່າງທ່າອາກາດສະຍານ, ສະໜາມບິນຢູ່ຫວຽດນາມ. ສ່ວນທ່ານ Lukas Brosi ຜູ້ອຳນວຍການ ການເງິນຂອງກຸ່ມບໍລິສັດ ຊູລິກ ແອປອສ ຂອງສະວິດ ໃຫ້ຮູ້ວ່າ ທາງກຸ່ມບໍລິສັດມີຄວາມຫວັງຢາກຊອກຫາກາລະໂອກາດຮ່ວມມືກັບຫວຽດນາມກ່ຽວກັບການບຳລຸງສ້າງ, ມອບໂອນບົດຮຽນ, ເຕັກໂນໂລຢີຄຸ້ມຄອງ, ຂຸດຄົ້ນກິດຈະກຳທ່າອາກາດສະຍານ.

ຕອບກັບ

ຂ່າວ/ບົດ​ອື່ນ