ວິສາຫະກິດສ.ເກົາຫຼີກວ່າ 80 ແຫ່ງມາບິ່ງເຢືອງເພື່ອຊອກຮູ້ກາລະໂອກາດລົງທຶນ

(VOVWORLD) -ຕອນບ່າຍວັນທີ 26 ຕຸລາ, ທ່ານ Sung Il Mo, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Mando ພ້ອມກັບຜູ້ຕາງໜ້າວິສາຫະກິດມາຈາກສ.ເກົາຫຼີ 80 ແຫ່ງ ໄດ້ມີການພົບປະ ແລະ ເຮັດວຽກຢູ່ແຂວງບິ່ງເຢືອງ ເພື່ອຊອກຮູ້ກາລະໂອກາດຮ່ວມມື, ລົງທຶນ.
ວິສາຫະກິດສ.ເກົາຫຼີກວ່າ 80 ແຫ່ງມາບິ່ງເຢືອງເພື່ອຊອກຮູ້ກາລະໂອກາດລົງທຶນ - ảnh 1

ທ່ານ ເຈີນແທງລຽມ ເຮັດວຽກກັບຜູ້ຕາງໜ້າວິສາຫະກິດມາຈາກສ.ເກົາຫຼີ

(ພາບ:baobinhduong.vn)

ທີ່ການເຮັດວຽກ, ທ່ານ ເຈີນແທງລຽມ, ປະທານຄະນະກຳມະການປະຊາຊົນແຂວງບິ່ງເຢືອງ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການພັດທະນາເສດຖະກິດ, ສັງຄົມຂອງແຂວງໃນໄລຍະຜ່ານມາ. ການນຳແຂວງບິ່ງເຢືອງ ຕີລາຄາສູງບັນດາການປະກອບສ່ວນຂອງວິສາຫະກິດສ.ເກົາຫຼີ ທີ່ມີຕໍ່ການພັດທະນາເສດຖະກິດ, ສັງຄົມຂອງແຂວງ.

        ສ່ວນທ່ານ Sung Il Mo, ໃຫ້ຮູ້ວ່າ, ກຸ່ມບໍລິສັດແມ່ນວິສາຫະກິດໃຫຍ່ຢູ່ສ.ເກົາຫຼີ ມີລາຍຮັບກວ່າ 5,5 ຕື້ USD/ປີ, ຜະລິດສະເພາະບັນດາເຄື່ອງອາໄຫຼ່ລົດໂອໂຕ ແລະ ຜະລິດຕະພັນຂອງ Mando ເພື່ອສະໜອງໃຫ້ບັນດາກຸ່ມບໍລິສັດຜະລິດລົດໂອໂຕໃຫຍ່ຢູ່ໃນໂລກ. ເຖິງວ່າເປັນຄັ້ງທຳອິດມາຫວຽດນາມ, ແຕ່ທ່ານໄດ້ຕີລາຄາສູງກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມ. ພາຍຫຼັງການຊອກຮູ້ນີ້, ກຸ່ມບໍລິສັດຈະສືບຕໍ່ແລກປ່ຽນເພື່ອມີການຕົກລົງລົງທຶນຢູ່ແຂວງບິ່ງເຢືອງ ໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ