ວິສາຫະກິດຫວຽດນາມ - ລາວ ພົບປະແລກປ່ຽນ ຊຸກຍູ້ການຮ່ວມມືລົງທຶນ

ວິສາຫະກິດຫວຽດນາມ - ລາວ ພົບປະແລກປ່ຽນ ຊຸກຍູ້ການຮ່ວມມືລົງທຶນ - ảnh 1
ວິ​ສາ​ຫະກິດ​ຫວຽດນາມ - ລາວ ພົບ​ປະ​ແລ​ກປ່ຽນ​ຊຸກຍູ້​ການ​ຮ່ວມ​ມື​ລົງທຶນ
(ພາບ: Vietnam+)


(vovworld) - ​ໃນ​ຂອບ​ເຂດ​ງານ​ຕະຫຼາດນັດ​ລາວ - ຫວຽດນາມ ປີ 2013, ຕອນ​ເຊົ້າ​ວັນ​ທີ 19/07, ຢູ່​ວຽງ​ຈັນ, ອົງການ​ການ​ຄ້າ​ສະຖານທູດ​ຫວຽດນາມ ປະຈຳ​ລາວ, ສະຫະ​ສະມາຄົມ​ຂະ​ແໜງ​ສິນຄ້າ ​ແລະ ບັນດາ​ວິ​ສາ​ຫະກິດ​ລາວ ພ້ອມ​ກັບ​ວິ​ສາ​ຫະກິດ​ແຂວງ ​​ເບ໋ນ​ແຈ ​ແລະ ດົງ​ນາຍ ​ໄດ້​ຈັດ​ງານພົບ​ປະ​ແລກປ່ຽນ, ຊອກ​ຫາ​ກາລະໂອກາດ​ຊຸກຍູ້​ການ​ຮ່ວມ​ມື​ລົງທຶນ, ການ​ຄ້າ​ລະຫວ່າງ 2 ປະ​ເທດ. ທີ່​ການ​ພົ​ບປະ​ແລກປ່ຽນ, ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ປາດ​ຖະໜາ​ຢາກ​ຮ່ວມ​ມື​ກັບ​ບັນດາ​ວິ​ສາ​ຫະກິດ​ລາວ ​ໃນ​ຂົງ​ເຂດ​ຜະລິດ​ສິນຄ້າ​ສົ່ງ​ອອກຄື: ການ​ຢາ, ​ເຄື່ອງ​ຕຳ​ແຜ່ນ​ຕັດຫຍິບ, ສິນ​ໃນ​ນ້ຳ... ບັນດາ​ວິ​ສາ​ຫະກິດ​ລາວ ສະ​ເໜີ​ໃຫ້ 2 ຝ່າຍສຸມ​ໃສ່​ຮ່ວມ​ມື​ຜະລິດ​ສິນຄ້າ​ສຳລັບ​ບັນດາ​ຂົງ​ເຂດ​ທີ່​ມີ​ທ່າ​ແຮງ, ມີ​ຄຸນ​ນະພາ​ບສູງ, ມີ​ກຳລັງ​ແກ້ງ​ແຍ່ງຢ່າງ​ພຽງພໍ ​ແລະ ມີ​ຄວາມ​ຕ້ອງການ​ສູງ​ໃນ​ຕະຫຼາດ; ພ້ອມ​ກັນ​ນັ້ນທັງ 2 ຝ່າຍ​ຕ້ອງ​ຄົ້ນຄວ້າ​ຕະຫຼາດ, ຮີດຄອງ​ປະ​ເພນີ​ຂອງ​ກັນ ​ເພື່ອ​ການ​ພົວພັນ​ແລກປ່ຽນ​ການ​ຄ້າ​ສະດວກ​ສະ​ບ່າຍ, ມຸ່ງ​ໄປ​ເຖິງ​ຈຸດໝາຍ​ນຳ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ບັນລຸ​ລະດັບ 2 ຕື້ USD ​ໃນ​ປີ 2015.

ຂ່າວ/ບົດ​ອື່ນ