ວິສາຫະກິດຫວຽດນາມ ສືບຕໍ່ລົງທຶນເຂົ້າບັນດາກິດຈະກຳຈຸດສຸມຂອງລາວ

ວິສາຫະກິດຫວຽດນາມ ສືບຕໍ່ລົງທຶນເຂົ້າບັນດາກິດຈະກຳຈຸດສຸມຂອງລາວ - ảnh 1
Crowne Plaza Vientiane
ກຸ່ມ​ໂຮງ​ແຮມ 5 ດາວ
ພາບ:baomoi.com

(vovworld)- ພິ​ທີ​ເຊັນ​ສັນ​ຍາ​ອຸ​ປະ​ຖຳ​ສິນ​ເຊື່ອ​ໃຫ້​ແກ່​ໂຄງ​ການ​ກຸ່ມ​ໂຮງ​ແຮມ 5 ດາວ ແລະ ຫ້ອງ​ການ​ລະ​ຫວ່າງ​ບໍ​ລິ​ສັດ ລົງ​ທຶນ​ພັດ​ທະ​ນາ ວຽງ​ຈັນ ແລະ  ທະ​ນາ​ຄານ​ອຸ​ປະ​ຖຳ​ທຶນ 2 ແຫ່ງ ນັ້ນ​ແມ່ນ ທະ​ນາ​ຄານ​ລົງ​ທຶນ ແລະ ພັດ​ທະ​ນາ ຫວຽດ​ນາມ(BIDV) ແລະ LaoVietBank ດຳ​ເນີນ​ໄປ​ໃນ​ຕ​ອນ​ບ່າຍ​ວັນ​ທີ 14/1 ຢູ່ ວຽງ​ຈັນ.

 ຕາມ​ສັນ​ຍາ​ດັ່ງ​ກ່າວ​ແລ້ວ, BIDV ແລະ LaoVietBank ຈະ​ໃຫ້​ບໍ​ລິ​ສັດ​ລົງ​ທຶນ​ພັດ​ທະ​ນາ​ວຽງ​ຈັນ ກູ້​ຢືມ​ຈຳ​ນວນ​ເງິນ 35 ລ້ານ USD ໃນ​ຍອດ​ລະ​ດັບ​ເງິນ​ລົງ​ທຶນ 62 ລ້​ານ USD ​ຄາດ​ວ່າ​ຈະ​ລົງ​ທຶນ​ໃຫ້​ໂຄງ​ການດັ່ງ​ກ່າວ. ພາຍ​ຫລັງ​ພິ​ທີ​ເຊັນ​ສັນ​ຍາອຸ​ປະ​ຖຳ​ທຶນ​ແລ້ວ, ໃນ​ວັນ​ດຽວ​ກັນ ກໍ​ດຳ​ເນີນ​ພິ​ທີ​ເຊັນ​ສັນ​ຍາ​ປະ​ກັນ​​ໄພທ​ຸກ​ຄວາມ​ສ່ຽງໃນ​ການກໍ່​ສ້າງ ລະ​ຫວ່າງ ບໍ​ລິ​ສັດ​ລົງ​ທຶນ​ພັດ​ທະ​ນາ​ວຽງ​ຈັນ ແລະ ບໍ​ລິ​ສັດ​ປະ​ກັນ​ໄພ​ລາວ​ຫວຽດ(LVI). ກ່າວ​ຄຳ​ເຫັນ​ນະ​ພິ​ທີ, ທ່ານ​ ເຈີນ​ລູກລາງ, ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ BIDV ຢືນ​ຢັນ​ວ່າ: ພິ​ທີ​ລົງ​ນາມ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ບົດ​ບາດ ແລະ ຄຳ​ໝັ້ນ​ສັນ​ຍາ​ຂອງ BIDV ແລະ LaoVietBank ໃນ​ການ​ສືບ​ຕໍ່​ຍູ້​ແຮງ​ການ​ລົງ​ທຶນ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ໄປ​ຍັງ​ລາວ.

 

 

 

ຂ່າວ/ບົດ​ອື່ນ