ວິສາຫະກິດຫວຽດນາມຫລາຍແຫ່ງເອົາໃຈໃສ່ລົງທຶນຢູ່ແຂວງມົດສກູ

ວິສາຫະກິດຫວຽດນາມຫລາຍແຫ່ງເອົາໃຈໃສ່ລົງທຶນຢູ່ແຂວງມົດສກູ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດ​ ຫງວຽນ​ແທງ​ເຊີນ ​​ຕ້ອນຮັບ ​
ຜູ້​ວ່າການລັດ​ແຂວງ ມົດສກູ ທ່ານ Andrey Vorobiev


(vovworld) - ວັນ​ທີ 28/7, ທ່ານ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ ສສ.ຫວຽດນາມ ປະຈຳ ສະຫະພັນ​ລັດ​ເຊຍ ຫງວຽນ​ແທງ​ເຊີນ ​ໄດ້​ໃຫ້ການ​ຕ້ອນຮັບ ​ຜູ້​ວ່າການລັດ​ແຂວງ ມົດສກູ ທ່ານ Andrey Vorobiev ຢູ່​ສຳນັກງານ​ສະ​ຖານ​ທູດ ຫວຽດນາມ ​ເພື່ອ​ແນ​ໃສ່​ແລກປ່ຽນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື 2 ຝ່າຍ. ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ແທງ​ເຊີນ ຢືນຢັນ​ວ່າ: ຫວຽດນາມ ຍາມ​ໃດ​ກໍ​ຖື​ເປັນ​ສຳຄັນການ​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ກັບ ສະຫະພັນ​ລັດ​ເຊຍ, ​ໃນ​ນັ້ນ, ​ແຂວງ ມົດສກູ ​ແມ່ນ​ໜຶ່ງ​ໃນ​ບັນດາ​​​ແຂວງ​ໄດ້​ຮັບ​ການບຸລິມະສິດ​​ອັນ​ດັບ​ໜຶ່ງ. ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ແທງ​ເຊີນ ​ເນັ້ນ​ໜັກ​ວ່າ: ນັບ​ມື້​ນັບ​ມີ​ວິ​ສາ​ຫະກິດ ຫວຽດນາມ ຫລາຍ​ແຫ່ງ​​​ເອົາ​ໃຈ​ໃສ່​ລົງທຶນ​ເຂົ້າ​ແຂວງ ມົດສກູ, ຊຶ່ງທຳ​ອິດ​ແມ່ນ​ກຸ​່ມບໍລິສັດ​ໃຫຍ່ TH – True Milk ດ້ວຍ​ໂຄງການ​ລົງທຶນ​ພັດທະນາ​ກະສິກຳ​ຢູ່​ແຂວງ ມົດສກູ ລວມ​ມູນ​ຄ່າ​ກ່ວາ 2 ຕື້ USD. ສ່ວນ​ທ່ານ Andrey Vorobiev ​ໃຫ້​ຮູ້​ວ່າ: ແຂວງ ມົດສກູ ຍາມ​ໃດ​ກໍ​ຖື​ເປັນ​ສຳຄັນ​ການ​ພົວພັນ​ກັບ ຫວຽດນາມ, ພ້ອມ​ທັງ​ຕີ​ລາຄາ​ສູງ​ເລື່ອງ 2 ຝ່າຍ​​ໄດ້​ດຳ​ເນີນ​ການ​ພົບ​ປະ​ເປັນ​ປະຈຳ​ເພື່ອ​ແນ​ໃສ່​ຊຸກຍູ້​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຮ່ວມ​ມື 2 ຝ່າຍ​ຢ່າງ​ທັນ​ການ. ທ່ານ Andrey Vorobiev ຢືນຢັນ​ວ່າ: ​ແຂວງ ມົດສກູ ​ພ້ອມ​ແລ້ວ​ສືບ​ຕໍ່​ຜັນ​ຂະຫຍາຍຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ​ນະຄອນ ​ໂຮ່ຈີ​ມິນ ​ແລະ ​ແຂວງ ມົດສກູ​ ຢ່າງ​ເຂັ້ນ​ງວດ, ສ້າງ​ເງື່ອນ​ໄຂ​ທີ່​ສະດວກ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ເຂົ້າ​ລົງທຶນ.

ຂ່າວ/ບົດ​ອື່ນ