ວິສາຫະກິດຫວຽດນາມເຂົ້າຮ່ວມສັບປະດາກິດຈະກຳຂຽວຢູ່ສິງກະໂປ

ວິສາຫະກິດຫວຽດນາມເຂົ້າຮ່ວມສັບປະດາກິດຈະກຳຂຽວຢູ່ສິງກະໂປ - ảnh 1
ການປະຊຸມຂ່າວອະທິບາບສັບປະດາ​ກິດຈະກຳ​ຂຽວ​ຄັ້ງ​ທີ 7
(ພາບ: tinmoitruong.vn)

(vovworld) - ວິ​ສາ​ຫະກິດ​ ຫວຽດນາ​ມ ເຂົ້າ​ຮ່ວມສັບປະດາ​ກິດຈະກຳ​ຂຽວ​ຢູ່​ປະ​ເທດ ສິງກະ​ໂປ. ຄະນະ​ຈັດ​ຕັ້ງ​ສັບປະດາ​ກິດຈະກຳ​ຂຽວປີ 2015 ​ໄດ້​ໝາຍ​ບັນຊີ​ລາຍ​ຊື່​ວິ​ສາ​ຫະກິດ​ ຫວຽດນາມ 13 ​ແຫ່ງເຂົ້າຮ່ວມ​ເຫດການດັ່ງກ່າວ. ​ເຂົ້າ​ຮ່ວມ​ສັບປະດາ​ກິດຈະກຳ​ຂຽວ​ຄັ້ງ​ທີ 7 ​ໃນ​ປີ​ນີ້, ນອກ​ຈາກບັນດາ​ວິ​ສາ​ຫະກິດ​ອັນ​ດັບ​ໜຶ່ງ​ຂອງ ຫວຽດນາມ ​ໃນ​ຂົງ​ເຂດ​ກໍ່ສ້າງ ​ແລະ ວັດ​ສະ​ດຸ​ກໍ່ສ້າງ, ຍັງ​ມີ​ການ​ເຂົ້າ​ຮ່ວມ​ຂອງ 2 ອົງການ​ສື່​ມວນ​ຊົນ​ຂັ້ນສູນ​ກາງ​​ເຊັ່ນ: ສະຖານີ​ໂທລະພາບ ​ແລະ ສຳນັກ​ຂ່າວສານ​ຫວຽດນາມ. ສັບປະດາ​ກິດຈະກຳ​ຄັ້ງ​ທີ 7 ຈະ​ດຳ​ເນ​ີນຢູ່ ສິງກະ​ໂປ​ ໃນລະຫວ່າງ​ວັນ​ທີ 31/8 ​ເຖິງ​ວັນ​ທີ 6/9. ​ເຫດການ​ນີ້ ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງປະມານ 30.000 ຄົນ ມາຈາກ 55 ປະ​ເທດ ​ແລະ ​ເຂດ​​ແຄ້ວນ​ໃນ​ໂລກ.

 

ຂ່າວ/ບົດ​ອື່ນ