ວິສາຫະກິດຫວຽດມອບຂອງຂວັນໃຫ້ຊາວຫວຽດນາມແລະຄົນທຸກຍາກຢູ່ກຳປູເຈຍ

(VOVWORLD) -ຕອນບ່າຍວັນທີ 09 ກໍລະກົດ ສະມາຄົມຊາວກຳປູເຈຍເຊື້ອຊາດຫວຽດນາມ ຢູ່ນະຄອນຫຼວງພະນົມເປັນ ແລະ ບໍລິສັດ Golden Land Cambodia, ເຊິ່ງແມ່ນບໍລິສັດ ຫວຽດນາມ ທີ່ເຄື່ອນໄຫວໃນຂົງເຂດອະສັງຫາລິມະສັບ ຢູ່ກຳປູເຈຍ ໄດ້ຈັດຕັ້ງພິທີມອບຂອງຂວັນໃຫ້ຊາວກຳປູເຈຍເຊື້ອຊາດຫວຽດນາມ ແລະ ຊາວກຳປູເຈຍທີ່ປະສົບຄວາມຫຍຸ້ງຍາກ.
ວິສາຫະກິດຫວຽດມອບຂອງຂວັນໃຫ້ຊາວຫວຽດນາມແລະຄົນທຸກຍາກຢູ່ກຳປູເຈຍ - ảnh 1 (ວິສາຫະກິດຫວຽດມອບຂອງຂວັນໃຫ້ຊາວຫວຽດນາມແລະຄົນທຸກຍາກຢູ່ກຳປູເຈຍ)

ກຸ່ມບໍລິສັດ Golden Land ໄດ້ມອບຂອງຂວັນ 400 ພູດ ປະກອບດ້ວຍສິ່ງຂອງບາງຢ່າງທີ່ຈຳເປັນໃຫ້ບັນດາຄອບຄົວ ຊາວກຳປູເຈຍເຊື້ອຊາດຫວຽດນາມ ແລະ ຄົນກຳປູເຈຍທຸກຍາກທີ່ພວມດຳລົງຊີວິດຢູ່ນະຄອນຫຼວງພະນົມເປັນ. ທ່ານ ນາງ ຫງວຽນທິລວານ, ແມ່ນຊາວກຳປູເຈຍເຊື້ອຊາດຫວຽດນາມຜູ້ໄດ້ຮັບຂອງຂວັນ ເວົ້າວ່າ:

        “ພວກຂ້າພະເຈົ້າດີໃຈຫຼາຍ ທີ່ໄດ້ຮັບຂອງຂວັນຈາກ ບໍລິສັດ Golden Land, ຂໍຂອບໃຈຄະນະ, ສະມາຄົມໃຫຍ່ ແລະ ສະມາຄົມ ທີ່ໄດ້ຊ່ວຍໜູນໃຫ້ຊາວຫວຽດນາມອາໄສຢູ່ກຳປູເຈຍ, ກໍ່ຄືຊາວກຳປູເຈຍປະສົບຄວາມຫຍຸ້ງຍາກອີກ. ອັນໄດ້ສະແດງໃຫ້ເຫັນນໍ້າໃຈສາມັກຄີລະຫວ່າງປະຊາຊົນສອງປະເທດ”.

        ບໍລິສັດ Golden Land ກໍ່ຄືວິສາຫະກິດ ຫວຽດນາມ ຫຼາຍແຫ່ງທີ່ພວມລົງທຶນ, ດຳເນີນທຸລະກິດ ຢູ່ກຳປູເຈຍ ບໍ່ພຽງແຕ່ເພື່ອຈຸດໝາຍຫາຜົນກຳໄລເທົ່ານັ້ນ, ຫາກຍັງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ເສດຖະກິດ ກຳປູເຈຍ. ຄຽງຂ້າງນັ້ນ, ຫຼາຍບໍລິສັດຍັງຈັດຕັ້ງບັນດາການເຄື່ອນໄຫວສັງຄົມ, ກຸສົນເປັນປະຈຳ, ປະກອບສ່ວນຮັບປະກັນຄວາມສະຫງົບໃນສັງຄົມ ແລະ ທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ