ວິສາຫະກິດອາເມລິກາແມ່ນຄູ່ຮ່ວມມືອັນດັບໜຶ່ງຂອງ ຫວຽດນາມ

ວິສາຫະກິດອາເມລິກາແມ່ນຄູ່ຮ່ວມມືອັນດັບໜຶ່ງຂອງ ຫວຽດນາມ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ
(ພາບປະກອບ)

(vovworld) –  ວິ​ສາ​ຫະກິດອາ​ເມ​ລິ​ກາ​ແມ່ນ​ຄູ່​ຮ່ວມ​ມື​ອັນ​ດັບ​ໜຶ່ງ​ຂອງ ຫວຽດນາມ ສິ່ງ​ດັ່ງກ່າວ​​ໂດຍທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຢັ້ງຢືນທີ່ການ​ຕ້ອນຮັບ​ປະທານ​ສະພາ​ບໍລິຫານ​​ສະພາ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ - ອາ​ຊຽນ, ປະທານທັງ​ເປັນ​ຜູ້ອຳນວຍການ ACE Group ທ່ານ Evan Greenberg, ພ້ອມ​ກັບ​ຜູ້ຕາງໜ້າ​ບາງ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ ​ໃນ​ຕອນ​ບ່າຍ​ວັນ​ທີ 29/10, ຢູ່ ຮ່າ​ໂນ້ຍ. ທີ່ການ​ຕ້ອນຮັບ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ຕີ​ລາຄາ​ສູງ​ບົດບາດ​ຂອງ​ສະພາ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ - ອາ​ຊຽນ ​ໃນ​ການ​ປຸກລະດົມ​ບັນດາ​ວິ​ສາ​ຫະກິດ​ສະມາຊິກ​ເພີ່ມ​ທະວີ​ການ​ລົງທຶນ​ເຂົ້າ ຫວຽດນາມ, ພ້ອມ​ທັງ​ຊຸກຍູ້​ບັນດາ​ອົງການ ອາ​ເມ​ລິ​ກາ ຮ່ວມ​ມື​ກັບ ຫວຽດນາມ ​ໃນ​ຂົງ​ເຂດ​ຕ່າງໆ​ຂອງ​ອົງການ​ການ​ຄ້າ​ໂລກ (WTO), ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ເຂດ​ປາຊີ​ຟິກ (TPP).

ສ່ວນທ່ານປະທານ​ສະພາ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ - ອາ​ຊຽນ Evan Greenberg ສະ​ເໜີ​ໃຫ້​ປະທານ​ປ​ະ​ເທດ​ພ້ອມ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການຕ່າງໆ​ຂອງ ​ຫວຽດນາມ ສືບ​ຕໍ່​ສ້າງ​​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນດາ​ນັກທຸລະກິດ​ຊອກ​ຫາ​ກາລະ​ໂອກາດ​ລົງທຶນ.  ທ່ານປະທານ​​ສະພາ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ - ອາ​ຊຽນ ຢືນຢັນ​ວ່າ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມ​າ​ດຂອງ​ຕົນ​ເພື່ອ​ຮຽກຮ້ອງ​​ບັນດາ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ ລົງທຶນ​ເຂົ້າ ຫວຽດນາມ.

   

ຂ່າວ/ບົດ​ອື່ນ