ວິສາຫະກິດເກືອບ100ແຫ່ງເຂົ້າຮ່ວມງານຕະຫລາດນັດການຄ້າຫວຽດນາມ-ລາວ2015

ວິສາຫະກິດເກືອບ100ແຫ່ງເຂົ້າຮ່ວມງານຕະຫລາດນັດການຄ້າຫວຽດນາມ-ລາວ2015 - ảnh 1
ງານ​ຕະຫລາດນັດ​ການ​ຄ້າ ຫວຽດນາມ - ລາວ ປີ 2015
(ພາບ: TTXVN)

(vovworld) – ງານ​ຕະຫລາດນັດ​ການ​ຄ້າ ຫວຽດນາມ - ລາວ ປີ 2015, ດ້ວຍ​ຫົວ​ຂໍ້ “ມິດຕະພາບ, ການ​ຮ່ວມ​ມື ​ແລະ ພັດທະນາ ” ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 22/12 ຢູ່​ແຂວງ ຈຳປາ​ສັກ, ສາ​ທາ​ລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ ລາວ. ງານ​ຕະຫລາດ​ນັດ​ມີ​ຮ້ານ​ວາງສະ​ແດງ​ສິນຄ້າ 150 ຮ້ານ​ທີ່​ມາ​ຈາກ​ວິ​ສາ​ຫະກິດ​ກ່ວາ 90 ​ແຫ່ງ​ ​ເຂົ້າ​ຮ່ວມ​ວາງສະ​ແດງ, ​ແນະນຳ​ບັນດາ​ຜະລິດ​ຕະພັນທີ່​ມີ​ອິດ​ທິພົນ​ຊື່​ສຽງ ​ແລະ ຄຸນ​ນະພາ​ບພາຍ​ໃນ​ປະ​ເທດ ​ແລະ ສົ່ງ​ອອກ​ຄື: ​ເຄື່ອງ​ຕ່ຳ​ແຜ່ນ​ຕັດຫຍິບ, ​ເກີບ​ໜັງ, ສະບຽງ​ອາຫານ, ການ​ປຸງ​ແຕ່ງ, ​ເຄື່ອງ​ໄຟຟ້າ - ​ເອ​ເລັກ​ໂຕ​ນິກ, ​ໂທລະ​ຄົມມະນາຄົມ…​ງານ​ຕະຫລາດນັດ​ການ​ຄ້າ ຫວຽດນາມ - ລາວ ປີ 2015 ​ແມ່ນ​ໂອກາດ​ເພື່ອ​ໃຫ້ຜູ້​ອຸປະ​ໂພ​ກບໍລິ​ໂພ​ກ ​ແລະ ຜູ້​​ເຂົ້າ​ຢ້ຽມຊົມ​ມີ​ຄວາມເຂົ້າ​ໃຈ​ຕື່ມ​ກ່ຽວ​ກັບ​ຜະລິດ​ຕະພັນ​ສິນຄ້າ ຫວຽດນາມ ​ທັງແມ່ນກາລະ​ໂອກາດ ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ, ນັກ​ລົງທຶນ 2 ປະ​ເທດ​ພົບ​ປະ, ​ແລກປ່ຽນ​ບົດຮຽນ, ຊອກ​ຫາ​ລູກຄ້າ, ຄູ່​ຮ່ວມ​ມື​ ລົງທຶນ ​ແລະ ພ້ອມ​ກັນ​ພັດທະນາ.

 

ຂ່າວ/ບົດ​ອື່ນ