ວິສາຫະກິດເຕັກໂນໂລຢີ ແມ່ນແກ່ນສານໃນວິວັດການຫັນເປັນດີຈີຕອນຢູ່ຫວຽດນາມ

(VOVWORLD) -ການຫັນເປັນດີຈີຕອນ ໄດ້ເປີດກາລະໂອກາດອັນໃຫຍ່ຫຼວງໃຫ້ແກ່ຫວຽດນາມ, ແຕ່ນີ້ແມ່ນການປ່ຽນແປງທີ່ມີລັກສະນະຮອບດ້ານຂອງບັນດາອົງການຈັດຕັ້ງ, ວິສາຫະກິດ.
 ວິສາຫະກິດເຕັກໂນໂລຢີ ແມ່ນແກ່ນສານໃນວິວັດການຫັນເປັນດີຈີຕອນຢູ່ຫວຽດນາມ - ảnh 1ທ່ານ ຫງວຽນແມ້ງຫຸ່ງ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ກ່າວຄໍາເຫັນທີ່ພົບປະ (ພາບ: TTXVN)

ກ່າວຄໍາເຫັນທີ່ການພົບປະກັບປະຊາຄົມເຕັກໂນໂລຢີຂໍ້ມູນຂ່າວສານ - ການສື່ສານ ທາງພາກໃຕ້ ປີ 2019 ເຊິ່ງຖືກດໍາເນີນໃນຕອນບ່າຍວັນທີ 15 ກໍລະກົດ ຢູ່ນະຄອນໂຮ່ຈີມິນ, ທ່ານ ຫງວຽນແມ້ງຫຸ່ງ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ເນັ້ນໜັກວ່າ: ການຫັນເປັນດີຈີຕອນ ໄດ້ເປີດກາລະໂອກາດອັນໃຫຍ່ຫຼວງໃຫ້ແກ່ຫວຽດນາມ, ແຕ່ນີ້ແມ່ນການປ່ຽນແປງທີ່ມີລັກສະນະຮອບດ້ານຂອງບັນດາອົງການຈັດຕັ້ງ, ວິສາຫະກິດ. ແກ່ນສານຂອງວິວັດການຫັນເປັນດີຈີຕອນ ແມ່ນວິສາຫະກິດເຕັກໂນໂລຢີ ຫວຽດນາມ. ຕາມທ່ານ ຫງວຽນແມ້ງຫຸ່ງ ແລ້ວ, ການຫັນເປັນດີຈີຕອນບໍ່ຕ້ອງການມີພື້ນຖານວັດຖຸຸຫຼາຍ ເພາະວ່າ ສິ່ງສໍາຄັນແມ່ນປ່ຽນແປງຈີນຕະນາການ, ວິສາຫະກິດເຕັກໂນໂລຢີຂໍ້ມູນຂ່າວສານ ສວມບົດບາດສໍາຄັນທີ່ສຸດ. ທ່ານ ຫງວຽນແມ້ງຫຸ່ງ ສະເໜີ: ວິສາຫະກິດຕ້ອງປະດິດອອກບັນດາຜະລິດຕະພັນທີ່່ແປກໃໝ່ ແລະ ມີລັກສະນະສະເພາະ ເມື່ອທຽບໃສ່ບັນດາຜະລິດຕະພັນຕ່າງປະເທດ ຈຶ່ງສາມາແກ້ງແຍ້ງໄດ້, ເພາະວ່າຕະຫຼາດໃໝ່ ແມ່ນປັດໄຈຕັດສິນຕໍ່ການພັດທະນາ. ສໍາລັບຄວາມຫຍຸ້ງຍາກຄື ສະພາບແວດລ້ອມໃນການທົດລອງຜະລິດຕະພັນໃໝ່, ກະຊວງຖະແຫຼງຂ່າວ ແລະ ສື່ສານ ຈະປະກາດໃຊ້ບັນດາລາຍການທົດລອງ, ສົມທົບກັບທ້ອງຖິ່ນ ເພື່ອສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດເຕັກໂນໂລຢີຂໍ້ມູນຂ່າວສານພັດທະນາ.


ຕອບກັບ

ຂ່າວ/ບົດ​ອື່ນ