ວິສາຫະກິດເຢຍລະມັນຕັ້ງຄວາມຫວັງຕໍ່ການຟື້ນຟູເສດຖະກິດໃນໄລຍະກາງຂອງຫວຽດນາມ

(VOVWORLD) -ມີ 72% ຈຳນວນວິສາຫະກິດເຢຍລະມັນທີ່ເຂົ້າຮ່ວມການສຳຫຼວດໃຫ້ຮູ້ວ່າ, ຍັງສືບຕໍ່ລົງທຶນຢູ່ຫວຽດນາມ ແລະ ໃນຈຳນວນ 27% ແມ່ນຍັງຈະສືບຕໍ່ຮັບສະໝັກຄົນງານ.

ວັນທີ 07 ເມສາ, ສະຫະສະມາຄົມບັນດາຫ້ອງການອຸດສາຫະກຳ ແລະ ການຄ້າເຢຍລະມັນ (DIHK), ໄດ້ປະກາດໝາກຜົນການສຳຫຼວດ AHK World Business Outlook 2020 - ຕີລາຄາຄວາມໄວ້ເນື້ອເຊື່ອໃຈຂອງວິສາຫະກິດເຢຍລະມັນ ແລະ ບັນດາຜົນກະທົບຂອງໂລກລະບາດໂຄວິດ-19 ທີ່ມີຕໍ່ການເຄື່ອນໄຫວຜະລິດ, ດຳເນີນທຸລະກິດຂອງເຂົາເຈົ້າໃນທົ່ວໂລກ ແລະ ຫວຽດນາມ.

        ຜົນການສຳຫຼວດໄດ້ຊີ້ໃຫ້ເຫັນວ່າ, ວິສາຫະກິດເຢຍລະມັນ ໄດ້ສະແດງຄວາມວິຕົກກັງວົນ ຕໍ່ບັນດາຜົນກະທົບທີ່ຫຍໍ້ທໍ້ຂອງໂລກລະບາດທີ່ມີຕໍ່ສະພາບການຜະລິດ, ດຳເນີນທຸລະກິດຂອງເຂົາເຈົ້າ, ແຕ່ຍັງຕັ້ງຄວາມຫວັງຕໍ່ການຟື້ນຟູເສດຖະກິດໃນໄລຍະກາງຂອງຫວຽດນາມ. ໃນໄລຍະກາງ, ມີ 72% ຈຳນວນວິສາຫະກິດເຢຍລະມັນທີ່ເຂົ້າຮ່ວມການສຳຫຼວດໃຫ້ຮູ້ວ່າ, ຍັງສືບຕໍ່ລົງທຶນຢູ່ຫວຽດນາມ ແລະ ໃນຈຳນວນ 27% ແມ່ນຍັງຈະສືບຕໍ່ຮັບສະໝັກຄົນງານ.

ຕອບກັບ

ຂ່າວ/ບົດ​ອື່ນ