ວາງລະເບີດສະຫຼະຊີບເຮັດໃຫ້95ຄົນເສຍຊີວິດແລະຮັບບາດເຈັບ

ວາງລະເບີດສະຫຼະຊີບເຮັດໃຫ້95ຄົນເສຍຊີວິດແລະຮັບບາດເຈັບ - ảnh 1
ເຫດວາງລະເບີດຢູ່ ແບດແດດເມື່ອວັນທີ 3/7
(ພາບປະກອບຈາກສຳນັກຂ່າວສານຊິນຮວາ/ສຳນັກຂ່າວສານ ຫວຽດນາມ)

(vovworld) – ​ຢ່າງ​ໜ້ອຍ​ສຸດ​ມີ 35 ຄົນ​ເສຍ​ຊີວິດ ​ແລະ 60 ຄົນ​ຖື​ກຮັບ​ບາດ​ເຈັບ​ໃນ 2 ​ເຫດ​ວາງ​ລະ​ເບີດ​ສະຫຼະ​ຊີບທີ່​ເກີດ​ຂຶ້ນ​ເມື່ອ​ວັນ​ທີ 7/7 ​ທີ່​​ເລັ່ງໃສ່​ສຸ​ສານ​ແຫ່ງ​ສັກສິດ​ຂອງ​ຊາວ​ມຸດ​ສະ​ລິ​ມ ນິກາຍ ຊີ​ອະ ຢູ່​ແຂ​ວງພາກ​ກາງ Salahudin, ປະ​ເທດ ອີຣັກ. ບັນດາ​ແຫຼ່ງຂ່າວ​ປ້ອງ​ກັນ​ຄວາມ​ສະຫງົບ​ໃຫ້​ຮູ້​ວ່າ: ກຸ່ມ​ບັນດາ​ມື​ປືນ​ນຸ່ງ​ເຄື່ອງ​ແບບ​ທະຫານ ​ໄດ້​ບຸກ​ເຂົ້າ​ສຸສານ Saiyd Mohammed ຢູ່​​ເທດສະບານ Balad, ຫ່າງ​ຈາກ​ນະຄອນຫຼວງ ​ແບ​ດ​ແດດ ​ໄປ​ທາງ​ທິດ​ເໜືອ​ປະມານ 80 ກມ. ບັນດາ​ມື​ປືນ​ນີ້​ໄດ້​ຫຼອກ​ຈັບ​ຕົວ​ບາງ​ຄົນ​ໄປ​ນະມັດສະການ​ໃນ​​ເຂດ​ນີ້, ​ແຕ່​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ໄດ້​ກູ້​ເອົາ​ຊີວິດ​ຕົວ​ປະກັນ​ພາຍຫຼັງ​ການ​ປະ​ທະ​ກັນ​ຢ່າງ​ດຸ​ເດືອ​ດ, ພ້ອມ​ທັງ​ດັບ​ສູນ​ພວກ​ກະບົດ​ທັດ​ໝົດ. ການ​ປະ​ທະ​ກັນ​​ໄດ້​ກໍ່​​ຄວາມ​ເສຍ​ຫາຍ​ຫຼາຍ​ຢ່າງ​ຢູ່​ເຂດ​ສຸສານ​ແຫ່ງ​ນີ້ ​ແລະ ​ເຜົາ​ຜານ​ບັນດາ​ຕຶກ​ອາຄານ​ຢູ່​ອ້ອມ​ຂ້າງ. ຫຼັງ​ຈາກ​ນັ້ນອົງການ​ “ລັດ​ອິດສະ​ລາມ” (IS) ອ້າງ​ຊື່​ເອງ​ຍອມຮັບ​ໄດ້​ເປັນ​ຕົວ​ການ.


ຂ່າວ/ບົດ​ອື່ນ