ວາງລະເບີດໂສຕາຍຢູ່ ຊີຣີ ແລະ ອີຣັກ ເຮັດໃຫ້ຫລາຍຄົນຮັບບາດເຈັບ ແລະ ເສຍຊີວິດ

(VOVWORLD) - ເຫດວາງລະເບີດໂສຕາຍ ເຮັດໃຫ້ຢ່າງໜ້ອຍສຸດ 5 ຄົນເສຍຊີວິດ ແລະ 20 ຄົນຮັບບາດເຈັບ. 
ວາງລະເບີດໂສຕາຍຢູ່ ຊີຣີ ແລະ ອີຣັກ ເຮັດໃຫ້ຫລາຍຄົນຮັບບາດເຈັບ ແລະ ເສຍຊີວິດ - ảnh 1 ວາງລະເບີດໂສຕາຍຢູ່ ຊີຣີ (ພາບ: VTV.vn)

ຢ່າງໜ້ອຍສຸດມີສາມັນຊົນ 75 ຄົນເສຍຊີວິດ, 140 ຄົນຮັບບາດເຈັບໃນເຫດວາງລະເບີດລົດໂອໂຕໂສຕາຍ ໂດຍອົງການ “ລັດອິດສະລາມ” (IS) ດຳ ເນີນໃນວັນທີ 04 ພະຈິກ ຢູ່ແຂວງ Deir Ezzor ທາງພາກຕາເວັນອອກ ຊີຣີ. ແລະກໍ່ໃນວັນທີ 05 ພະຈິກ, ທີ່ນະຄອນ Kirkuk ພາກເໜືອ ອີຣັກ ໄດ້ເກີດເຫດວາງລະເບີດໂສຕາຍ ເຮັດໃຫ້ຢ່າງໜ້ອຍສຸດ 5 ຄົນເສຍຊີວິດ ແລະ 20 ຄົນຮັບບາດເຈັບ. ປັດຈຸບັນ ຍັງບໍ່ທັນມີອົງການກໍ່ການຮ້າຍໃດໆ ຍອມຮັບດຳເນີນເຫດວາງລະເບີດດັ່ງກ່າວ ແຕ່ວົງການເຈົ້າໜ້າທີ່ທ້ອງຖິ່ນໃຫ້ຮູ້ວ່າ: ພວກວາງລະເບີດໂສຕາຍ 2 ຄົນ ມີສ່ວນກ່ຽວຂ້ອງກັບອົງການລັດອິດສະລາມ (IS).

ຕອບກັບ

ຂ່າວ/ບົດ​ອື່ນ