ວາງສະແດງ “ບໍລິເວນວັດທະນະທຳພຸດທະສາສະໜານິກາຍ ຈຸກເລີມ ເຂດ ອຽນຕືຕາເວັນຕົກ”

(VOVWORLD) -  ງານວາງສະແດງ “ບໍລິເວນວັດທະນະທຳພຸດທະສາສະໜານິກາຍ ຈຸກເລີມ ເຂດ ອຽນຕືຕາເວັນຕົກ” ໄດ້ປະກອບສ່ວນເຂົ້າໃນການສຶກສານ້ຳໃຈຮັກຊາດ, ຄວາມເອກອ້າງທະນົງໃຈກ່ຽວກັບປະເທດຊາດໃຫ້ຄົນລຸ້ນຫລັງ
ວາງສະແດງ “ບໍລິເວນວັດທະນະທຳພຸດທະສາສະໜານິກາຍ ຈຸກເລີມ ເຂດ ອຽນຕືຕາເວັນຕົກ” - ảnh 1ວາງສະແດງ “ບໍລິເວນວັດທະນະທຳພຸດທະສາສະໜານິກາຍ ຈຸກເລີມ ເຂດ ອຽນຕືຕາເວັນຕົກ” (ພາບ: TTXVN)

  ວັນທີ 14 ກຸມພາ, ທີ່ເຂດທ່ອງທ່ຽວຈິດວິນຍານ - ຊີວະພາບ ອຽນຕືຕາເວັນຕົກ (ເມືອງ ເຊີນດົ້ງ, ແຂວງ ບັກຢາງ), ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ບັກຢາງ ໄດ້ຈັດຕັ້ງງານວາງສະແດງ “ບໍລິເວນວັດທະນະທຳພຸດທະສາສະໜານິກາຍ ຈຸກເລີມ ເຂດ ອຽນຕືທາງທິດຕາເວັນຕົກ”; ແນະນຳຄວາມສາມາດບົ່ມຊ້ອນ, ຈຸດນັດພົບການທ່ອງທ່ຽວແຂວງ ບັກຢາງ. ນະທີ່ນີ້, ຮູບພາບ, ເອກະສານ, ວັດຖຸພັນກ່ວາ 200 ຢ່າງທີ່ມີຄຸນຄ່າປະຫວັດສາດ, ສະຖາປັດຕະຍະກຳ, ສິລະປະ, ຄົ້ນຄວ້າບູຮານວິທະຍາດີເດັ່ນທີ່ຕິດພັນກັບປະຫວັດສາດການພັດທະນາຂອງແຂວງ ບັກຢາງ, ວິວັດແຫ່ງການສ້າງຕັ້ງ ແລະ ພັດທະນາຂອງພຸດທະສາສະໜານິກາຍ ຈຸກເລີມອຽນຕື ໄດ້ແນະນຳເຖິງແຂກທ່ອງທ່ຽວເປັນຈຳນວນຫລວງຫລາຍ.

        ງານວາງສະແດງ “ບໍລິເວນວັດທະນະທຳພຸດທະສາສະໜານິກາຍ ຈຸກເລີມ ເຂດ ອຽນຕືຕາເວັນຕົກ” ໄດ້ປະກອບສ່ວນເຂົ້າໃນການສຶກສານ້ຳໃຈຮັກຊາດ, ຄວາມເອກອ້າງທະນົງໃຈກ່ຽວກັບປະເທດຊາດໃຫ້ຄົນລຸ້ນຫລັງ; ຍົກສູງສະຕິຂອງວົງຄະນະຍາດກ່ຽວກັບການອະນຸລັກຮັກສາ, ເສີມຂະຫຍາຍມູນເຊື້ອປະຫວັດສາດວັດທະນະທຳຂອງຊາດ. ພ້ອມທັງ, ໂຄສະນາເຜີຍແຜ່ຄວາມສາມາດບົ່ມຊ້ອນກ່ຽວກັບການທ່ອງທ່ຽວ, ສືບຕໍ່ດຶງດູດການລົງທຶນ ສ້າງເຂດທ່ອງທ່ຽວຈິດວິນຍານ - ຊີວະພາບ ອຽນຕືທາງທິດຕາເວັນຕົກ.

ຕອບກັບ

ຂ່າວ/ບົດ​ອື່ນ