ວາງສະແດງເອກະສານ 1.000 ຢ່າງກ່ຽວກັບສະພາແຫ່ງຊາດຫວຽດນາມ

ວາງສະແດງເອກະສານ 1.000 ຢ່າງກ່ຽວກັບສະພາແຫ່ງຊາດຫວຽດນາມ - ảnh 1
ວາງສະແດງເອກະສານ 1.000 ຢ່າງກ່ຽວກັບສະພາແຫ່ງຊາດຫວຽດນາມ
(ພາບ: baomoi)

(vovworld) –​ ງານ​ວາງ​ສະ​ແດງ​ປື້ມ, ເອ​ກະ​ສານ “70 ປີ​ແຫ່ງວັນ​ເລືອກ​ຕັ້ງ​ທົ່​ວ​ປະ​ເທດ​ຫວຽດ​ນາມ” ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 04/01, ຢູ່​ຫໍ​ພິ​ພິດ​ຕະ​ພັນ​ແຫ່ງ​ຊາດ​ຮ່າ​ໂນ້ຍ. ເຫດ​ການ​ໂດຍ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ຈັດ​ຕັ້ງ, ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼ​ອງ 70 ປີ​ແຫ່ງວັນ​ເລືອກ​ຕັ້ງ​​ສະ​ພາ​ແຫ່ງ​ຊາດທົ່​ວ​ປະ​ເທດ​ຫວຽດ​ນາມ ຄັ້ງ​ທຳ​ອິດ (06/01/1946 – 06/01/2016). ງານ​ວາງ​ສະ​ແດງ​ໄດ້ ​ນຳວາງ​ສະ​ແດງ​ເອ​ກະ​ສານ​ 1.000 ຢ່າງ​ກ່ຽວ​ກັບ​ກັບ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ເພື່ອ​ແນ​ໃສ່​ວາດ​ພາບ​ບັນ​ດາ​ຊຸມ​ວັນ​ເດືອນ​ປີ​ປະ​ຫວັດ​ສາດ​, ຜ່ານ​ການ​ເຄື່ອນ​ໄຫວ ແລະ ຜົນ​ງານ​ອັນ​ໃຫຍ່​ຫຼວງ​ເຊິ່ງ​ສະ​ພາ​ແຫ່ງ​ຊາດ ແລະ ປະ​ຊາ​ຊົນ​ບັນ​ລຸ​ໄດ້​ໃນ​ໄລ​ຍະ 70 ປີິ​ຜ່ານ​ມາ. ​ບັນ​ດາ​ເອ​ກະ​ສານ​ດັ່ງ​ກ່າວ​​ໄດ້​ພິມ​ຈຳ​ໜ່າຍ​ເປັນ​ປື້ມ, ໄດ້​ລົງ​ພິມ​ໃນ​ບັນ​ດາ​ໜັງ​ສື​ພິມ, ວາ​ລະ​ສານ. ງານ​ວາງ​ສະ​ແດງ​ໄດ້​ເປິ​ດ​ປະ​ຕູ​ຮອ​ດ​ວັນ​ທີ 12/01 ຈຶງ​ຈະ​ອັດ​ລົງ.

ຂ່າວ/ບົດ​ອື່ນ