ວາລະປະຊຸມຄັ້ງທີ 11 ຂອງກຳມາທິການຍຸຕິທຳຂອງສະພາແຫ່ງຊາດ

(VOVWORLD) - ໂດຍໄດ້ຮັບການຈັດຕັ້ງໃນລະຫວ່າງວັນທີ 4 – 5 ກັນຍາ, ທີ່ວາລະປະຊຸມຄັ້ງທີ 11 ນີ້, ກຳມາທິການຍຸຕິທຳໄດ້ກວດກາບົດລາຍງານຂອງລັດຖະບານກ່ຽວກັບວຽກງານປ້ອງກັນ

ວາລະປະຊຸມຄັ້ງທີ 11 ຂອງກຳມາທິການຍຸຕິທຳຂອງສະພາແຫ່ງຊາດ - ảnh 1 ທ່ານນາງຫົວໜ້າກຳມາທິການຍຸຕິທຳຂອງສະພາແຫ່ງຊາດ ເລທິງາ ເປັນປະທານກອງປະຊຸມ

(ພາບ: TTXVN່)

ວັນທີ 4 ກັນຍາ, ຢູ່ສຳນັກງານສະພາແຫ່ງຊາດ, ກຳມາທິການຍຸຕິທຳຂອງສະພາແຫ່ງຊາດ ໄດ້ຈັດວາລະປະຊຸມຄົບຄະນະຄັ້ງທີ 11, ກວດກາບັນດາບົດລາຍງານຂອງອົງການຍຸຕິທຳ, ກະກຽມເນື້ອໃນໃຫ້ແກ່ກອງປະຊຸມສະໄໝສາມັນຄັ້ງທີ 6 ສະພາແຫ່ງຊາດຊຸດທີ 12. ໂດຍໄດ້ຮັບການຈັດຕັ້ງໃນລະຫວ່າງວັນທີ 4 – 5 ກັນຍາ, ທີ່ວາລະປະຊຸມຄັ້ງທີ 11 ນີ້, ກຳມາທິການຍຸຕິທຳໄດ້ກວດກາບົດລາຍງານຂອງລັດຖະບານກ່ຽວກັບວຽກງານປ້ອງກັນ, ຕ້ານອາດຊະຍາກຳ ແລະ ລະເມີດກົດໝາຍປີ 2018; ບົດລາຍງານຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ປະທານສານປະຊາຊົນສູງສຸດກ່ຽວກັບວຽກງານຂອງຂະແໜງປີ 2018; ບົດລາຍງານກ່ຽວກັບວຽກງານແກ້ໄຂການຮ້ອງຟ້ອງ, ຮ້ອງທຸກຂອງຂະແໜງກວດກາ ແລະ ຂະແໜງສານປີ 2018; ບົດລາຍງານຂອງລັດຖະບານກ່ຽວກັບວຽກງານດຳເນີນຄະດີ ແລະ ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງປີ 2018.

ຕອບກັບ

ຂ່າວ/ບົດ​ອື່ນ