ວາລະປະຊຸມຄັ້ງທີ 12 ຂອງຄະນະປະຈຳສະພາ ແຫ່ງຊາດຫວຽດນາມ

ວາລະປະຊຸມຄັ້ງທີ 12 ຂອງຄະນະປະຈຳສະພາ ແຫ່ງຊາດຫວຽດນາມ - ảnh 1

(ພາບ:ttbd.gov.vnttbd.gov.vn)

(vovworld) -     ຕອນ​ບ່າຍ​ຂອງ​ວັນ​ທີ 18/10, ​ຄະ​ນະ​ປະຈຳ​ສະພາ​ແຫ່ງ​ຊາດໄດ້​ໃຫ້​ຄຳ​ເຫັນກ່ຽວ​ກັບ​ໝາກ​ຜົນ​ການ​ກວດກາ, ຈຸດໝາຍ, ໜ້າ​ທີ່, ​ໄລຍະ​ເວລາ​ປະຕິບັດ​ແຫຼ່ງກຳລັງ​ລະອຽດ​ຂອງ​ບັນດາ​ໂຄງການ​ພາກສ່ວນ​ຂຶ້ນ​ກັບ​ແຕ່ລະ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ໄລຍະ 2011-2015 ​ແລະ ທິດ​ທາງ​ຈັດ​ແບ່ງ​ໂຄງການ​ແຫ່ງ​ຊາດ​ໄລຍະ 2013-2015. ກ່າວ​ຄຳ​ເຫັນ​ອັດ​ກອງ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung ​ເນັ້ນໜັກ​ວ່າ:

   “​ເນື້ອ​ໃນ​ທັງ​ໝົດ​ກ່ຽວ​ກັບ​ການ​ສ້າງ​ກົດໝາຍ, ລັດຖະທຳ​ມະນູນ, ບັນດາ​ມະຕິ​ລ້​ວນ​ແຕ່​ເພື່ອ​ກະກຽ​ມ​ໃຫ້​ແກ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 4 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13. ນີ້​ແມ່ນ​ສະ​ໄໝ​ປະຊຸມ​ທ້າຍ​ປີ, ພິຈາລະ​ນສະພາບ​ເສດຖະກິດ​ສັງຄົມ, ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ການ​ຕ່າງປະ​ເທດ​ໃນ​ສະພາບ​ການ​ປີ​ນີ້.

   ກ່ອນໜ້ານັ້ນຄືໃນ​ເຊົ້າຂອງວັນ​ທີ 18/10, ​ຄະ​ນະ​ປະຈຳ​ສະພາ​ແຫ່ງ​ຊາດໄດ້​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ລັດຖະບັນຍັດ​ສະບັບ​ປັບປຸງ ​ແລະ ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ລັດຖະບັນຍັດ​ກຳນົດ​ນາມມະຍົດ​ເປັນ​ກຽດ​ແຫ່ງ​ລັດ “​ແມ່​ຫວຽດນາມ​ ວິລະ​ຊົນ“; ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ບາງ​ບັນຫາ​ສຳຄັນ, ຄຳ​ເຫັນ​ທີ່​ຍັງ​ມີ​ຄວາມ​ແຕກ​ຕ່າງ​ກັນ​ຂອງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ສະຫະກອນ (ສະບັບ​ປັບປຸງ ​)  ແລະ ຮ່າງ​ກົດໝາຍສະບັບ​ປັບປຸງ ​ແລະ ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງກົດໝາຍ​ວ່າ​ດ້ວຍ​ໄຟຟ້າ.  ບັນດາ​ເນື້ອ​ໃນ​ຂອງ​ຮ່າງ​ກົດໝາຍວ່າ​ດ້ວຍ​ສະຫະກອນ (ສະບັບ​ປັບປຸງ ​) ຊື່​ງບັນດາ​ທ່ານ​ສະມາຊິກຂອງ​ຄະ​ນະ​ປະຈຳ​ສະພາ​ແຫ່ງ​ຊາດສຸມ​ໃສ່​ປຶກສາ​ຫາລື​ແມ່ນ: ນະ​ໂຍບາຍ​ໃຫ້​ບຸລິມະສິດ, ໜູນ​ຊ່ວຍ​ຂອງ​ລັດ​ຕໍ່​ສະຫະກອນ, ການ​ກຳນົດ​ສະຫະກອນ​ໄດ້​ສ້າງຕັ້ງບໍລິສັດ…​ທ່ານ Phan Trung Ly ປະທານ​ກຳມາ​ທິການ​ກົດໝາຍ​ຂອງ​ສະພາ​ແຫ່ງ​ຊາດ​ໃຫ້​ຄຳ​ເຫັນ​ວ່າ:

​ສະຫະກອນ​ຕ້ອງ​ມີ​ຖານະ​ນິຕິບຸກຄົນ​ສະ​ເພາະ, ຫາກ​ບໍ່​ນອນ​ໃນ​ວິ​ສາ​ຫະກິດ. ສະຫະກອນ​ບໍ່​ແມ່ນ​ວິ​ສາ​ຫະກິດ. ​ແຕ່​ວ່າ​ສະຫະກອນ​ຈະ​ໄດ້​ຊົມ​ໃຊ້ບັນດາ​ນະ​ໂຍບາຍ​ໃຫ້​ບຸລິມະສິດ​ເຊັ່ນ​ດຽວ​ກັນ​ກັບ​ວິ​ສາ​ຫະກິດ

   ​ແລະ ​ກໍ່​ໃນ​ຕອນເຊົ້າຂອງວັນ​ທີ 18/10, ​ຄະ​ນະ​ປະຈຳ​ສະພາ​ແຫ່ງ​ຊາດໄດ້​ໃຫ້​ຄຳ​ເຫັນກ່ຽວ​ກັບ​ຮ່າງ​ລັດຖະບັນຍັດສະບັບ​ປັບປຸງ ​ແລະ ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ລັດຖະບັນຍັດ​ກຳນົດ​ນາມມະຍົດ​ເປັນ​ກຽດ​ແຫ່ງ​ລັດ “​ແມ່​ຫວຽດນາມ​ ວິລະ​ຊົນ“; ລັດຖະບັດ​ຍັດ​ສະບັບ​ດັ່ງກ່າວ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ຈາກຄະ​ນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ແລະ ມີ​ຜົນ​ສັກສິດ​ປະຕິບັດ​ນັບ​ແຕ່​ວັນ​ທີ 1/1/2013 ​ເປັນຕົ້ນ​ໄປ.

 

ຂ່າວ/ບົດ​ອື່ນ