ວາລະປະຊຸມຄັ້ງທີ 12 ຂອງຄະນະປະຈຳສະພາແຫ່ງຊາດຫວຽດນາມ

ວາລະປະຊຸມຄັ້ງທີ 12 ຂອງຄະນະປະຈຳສະພາແຫ່ງຊາດຫວຽດນາມ  - ảnh 1

(ພາບ:ອິນ​ເຕີ​ແນັດ)

(VOV)- ວາລະ​ປະຊຸມ​ຄັ້ງທີ 12 ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຫວຽດນາມ ພວມ​ດຳ​ເນີນ​ຢູ່​ຮ່າ​ໂນ້ຍ, ​ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung . ນີ້​ແມ່ນ​ວາລະ​ປະຊຸມທີ່​ມີ​ຫຼາຍ​ເນື້ອ​ໃນ​ສຳຄັນ​ເພື່ອ​ກະກຽມ​ໃຫ້​ແກ່ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 4 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13. ກ່າວ​ຄຳ​ເຫັນ​ທີ່​ວາລະ​ໄຂ​ກອງ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung ຊີ້​ແຈ້ງວ່າ: ທີ່​ວາລະ​ປະຊຸມ​ຄັ້ງນີ້, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຈະ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ໃບ​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ຂັ້ນຕອນ, ລະບຽບ​ການ, ວິທີ​ເອົາ​ບັດ​ໄວ້​ວາງ​ໃຈ, ປ່ອນ​ບັດ​ໄວ້​ວາງ​ໃຈ​ສຳລັບ​ຜູ້​ດຳລົງ​ຕຳ​ແໜ່​ງ​ໂດຍ​ສະພາ​ແຫ່​ງຊາດ, ສະພາ​ປະຊາຊົນ​​ເລືອກ​ຕັ້ງຫຼື​ໃຫ້​ສັດຕະຍາບັນ. ພ້ອມ​ທັງ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ເລື່ອງ​ກະກຽມ​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່​ງຊາດຮ່າງ​ມະຕິ​ກ່ຽວ​ກັບການປັບປຸງ ​ແລະ ​ເພີ່ມ​ເຕີມລັດຖະທຳ​ມະນູນ​ປີ 1992 ​ແລະ ຮ່າງ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ເອົາ​ຄຳ​ເຫັນ​ປະຊາຊົນ​ກ່ຽວ​ກັບ​ຮ່າງ​ລັດຖະທຳ​ມະນູນ​ປີ 1992  ສະບັບ​ປັບປຸງ ​ແລະ ​ເພີ່ມ​ເຕີມ. ຄຽງ​ຄູ່​ກັນນັ້ນ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຈະ​ປຶກສາ​ຫາລືບັນດາ​ຮ່າງ​ກົດໝາຍຄື: ຮ່າງ​ກົດໝາຍ​ວ່າ​ດ້ວຍ​ວຽກ​ເຮັດ​ງານ​ທຳ, ຮ່າງ​ກົດໝາຍ​ວ່າ​ດ້ວຍການ​ລົງທຶນ​ຂອງ​ລັດ, ບາງ​ບັນຫາ​ສຳຄັນ​ທີ່ຍັງ​ແຕກ​ຕ່າງ​ກັນ​ຂອງ​ບັນດາ​ຮ່າງ​ກົດໝາຍ​ຄື: ຮ່າງ​ກົດໝາຍ​ວ່າ​ດ້ວຍນະຄອນຫຼວງ, ຮ່າງ​ກົດໝາຍ​ວ່າ​ດ້ວຍສະຫະກອນ (ສະບັບ​ປັບປຸງ).....​ແລະ ກໍ່​ໃນ​ວາລະ​ປະຊຸມ​ຄັ້ງນີ້, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຈະ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ບົດ​ລາຍ​ງານ​ຂອງ​ລັດຖະບານ​ກ່ຽວ​ກັບ​ສະພາບ​ການປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ ​ແລະ ​ແຜນງົບປະມານ​ແຫ່ງ​ລັດ​ປີ 2012, ທິດ​ທາງ, ໜ້າ​ທີ່ ​ແລະ ​ແຜນການພັດທະນາ​ເສດຖະກິດ​ສັງຄົມ, ​ແຜນງົບປະມານ​ແຫ່ງ​ລັດ ​ແລະ ການຈັດ​ແບ່ງ​ງົບປະມານ​ສູນ​ກາງ​ປີ 2013......

ຂ່າວ/ບົດ​ອື່ນ