ວາລະປະຊຸມຄັ້ງທີ 2 ສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບອາຍຸການ 2016 – 2021

(VOVWORLD) -    ສະພາໄດ້ຮັບຟັງບັນດາບົດລາຍງານຂອງກະຊວງປ້ອງກັນປະເທດ, ກະຊວງຕຳຫຼວດ, ບັນດາອົງການກ່ຽວຂ້ອງ ແລະ ມີຄວາມເຫັນກ່ຽວກັບສະພາບການ, ໝາກຜົນແຫ່ງການປະຕິບັດໜ້າທີ່ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ
ວາລະປະຊຸມຄັ້ງທີ 2 ສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບອາຍຸການ 2016 – 2021 - ảnh 1ທ່ານປະທານປະເທດ ເຈີ່ນດ້າຍກວາງ ກ່າວຄຳເຫັນທີ່ການເຮັດວຽກ 

ຕອນບ່າຍວັນທີ 8 ທັນວາ, ທີ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ, ປະທານສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ເປັນປະທານວາລະປະຊຸມຄັ້ງທີ 2 ສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ອາຍຸການ 2016 – 2021.

        ສະພາໄດ້ຮັບຟັງບັນດາບົດລາຍງານຂອງກະຊວງປ້ອງກັນປະເທດ, ກະຊວງຕຳຫຼວດ, ບັນດາອົງການກ່ຽວຂ້ອງ ແລະ ມີຄວາມເຫັນກ່ຽວກັບສະພາບການ, ໝາກຜົນແຫ່ງການປະຕິບັດໜ້າທີ່ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດປີ 2017, ທິດທາງໜ້າທີ່ຕົ້ນຕໍຂອງປີ 2018; ວຽກງານກຽມພ້ອມສູ້ຮົບ, ຈັດຕັ້ງການຝຶກຊ້ອມບັນດາວິທີການແກ້ໄຂກໍລະນີສັບສົນກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ກ່ຽວກັບກຳລັງເຂົ້າຮ່ວມຮັກສາສັນຕິພາບຂອງ ສປຊ.

        ກ່າວຄຳເຫັນສະຫລຸບ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຍ້ອງຍໍຊົມເຊີຍກຳລັງທະຫານ, ຕຳຫຼວດໄດ້ເປັນເຈົ້າການກຳແໜ້ນສະພາບການ, ເປັນເສນາທິການໃຫ້ແກ່ພັກ, ລັດ ແລະ ອຳນາດການປົກຄອງທຸກຂັ້ນກ່ຽວກັບບັນດາແຜນນະໂຍບາຍ, ມາດຕະການປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢ່າງທັນການ; ປະຕິບັດວຽກງານກຽມພ້ອມສູ້ຮົບເປັນຢ່າງດີ…

ຕອບກັບ

ຂ່າວ/ບົດ​ອື່ນ