ວາລະປະຊຸມຄັ້ງທີ 25 ຂອງຄະນະປະຈຳສະພາແຫ່ງຊາດ ຈະໄຂຂຶ້ນວັນທີ 14 ສິງຫາ

(VOVWORLD) - ທີ່ວາລະປະຊຸມ, ຄະນະປະຈຳສະພາແຫ່ງຊາດ ຈະຈັດການເຄື່ອນໄຫວຊັກຖາມ ແລະ ຕອບຄຳຊັກຖາມສຳລັບລັດຖະມົນຕີກະຊວງຍຸຕິທຳ, ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ.
ວາລະປະຊຸມຄັ້ງທີ 25 ຂອງຄະນະປະຈຳສະພາແຫ່ງຊາດ ຈະໄຂຂຶ້ນວັນທີ 14 ສິງຫາ - ảnh 1(ພາບປະກອບ: TTXVN)

ການເຮັດວຽກເທື່ອທີ 1 ຂອງວາລະປະຊຸມຄັ້ງທີ 25 ຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ຈະຈັດຂຶ້ນແຕ່ວັນທີ 14-18 ສິງຫາ, ແລະ ການເຮັດວຽກເທື່ອທີ 2 ຈະຈັດຂຶ້ນແຕ່ວັນທີ 24 – 26 ສິງຫາ.

ຄະນະປະຈຳສະພາແຫ່ງຊາດຈະປະກອບຄຳເຫັນກ່ຽວກັບວຽກງານສ້າງກົດໝາຍ, ໃນນັ້ນມີ: ຮ່າງກົດໝາຍປັບປຸງ, ເພີ່ມເຕີນບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍການຂາຍປະມູນລາຄາ (ສະບັບປັບປຸງ); ກົດໝາຍວ່າດ້ວຍປະກັນໄພສັງຄົມ (ສະບັບປັບປຸງ); ກົດໝາຍວ່າດ້ວຍອຸດສາຫະກຳປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ປຸກລະດົມອຸດສາຫະກຳ. ຄະນະປະຈຳສະພາແຫ່ງຊາດກໍ່ຈະປະກອບຄຳເຫັນກ່ຽວກັບເລື່ອງອະພິປາຍ, ຮັບເອົາ, ດັດປັບຮ່າງກົດໝາຍວ່າດ້ວຍຊັບພະນາກອນແຫຼ່ງນ້ຳ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍບັດປະຈຳຕົວພົນລະເມືອງ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍການດຳເນີນທຸລະກິດອະສັງຫາລິມະຊັບ; ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍເຮືອນຢູ່ (ສະບັບປັບປຸງ)…

ທີ່ວາລະປະຊຸມ, ຄະນະປະຈຳສະພາແຫ່ງຊາດ ຈະຈັດການເຄື່ອນໄຫວຊັກຖາມ ແລະ ຕອບຄຳຊັກຖາມສຳລັບລັດຖະມົນຕີກະຊວງຍຸຕິທຳ, ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ.

ຕອບກັບ

ຂ່າວ/ບົດ​ອື່ນ