ວາລະປະຊຸມຄັ້ງທີ38ຂອງຄະນະປະຈຳສະພາແຫ່ງຊາດ

ວາລະປະຊຸມຄັ້ງທີ38ຂອງຄະນະປະຈຳສະພາແຫ່ງຊາດ - ảnh 1
ໄຂວາລະ​ປະຊຸມ​ຄັ້ງ​ທີ 38 ຂອງ​ຄະນະ​ປະຈຳສະພາ​ແຫ່ງ​ຊາດ
(ພາບ: TTXVN)


(vovworld) – ວາລະ​ປະຊຸມ​ຄັ້ງ​ທີ 38 ຂອງ​ຄະນະ​ປະຈຳສະພາ​ແຫ່ງ​ຊາດ ​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 11/5, ຢູ່ ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ໄຂ​ວາລະ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ເນັ້ນ​ໜັກ​ວ່າ: ຈຸດ​ສຸມ​ຂອງ​ວາລະ​ປະຊຸມ​ແມ່ນ​ໃຫ້​ຄຳ​ເຫັນ​ໃສ່​ບົດ​ລາຍ​ງານ​ເພີ່ມ​ເຕີມ​ຂອງ​ລັດຖະບານ ກ່ຽວ​ກັບ​ສະພາບ​ການ​ແຫ່ງການ​ປະຕິບັດ​ແຜນພັດທະນາ​ເສດຖະກິດ-​ສັງຄົມ, ງົບປະມານ​ແຫ່ງ​ລັດ ​ແລະ ບັນດາ​ບັນຫາ ກ່ຽວ​ກັບ​ການ​​ປະຢັດ, ມັດທະ​ຍັດ, ການ​ປ້ອງ​ກັນ, ຕ້ານ​ການ​ຟຸມ​ເຟືອຍ. ສິ່ງ​ສຳຄັນ​ແມ່ນ​ບັນດາ​ມາດ​ຕະການ​ສູ້​ຊົນ​ປະຕິບັດ​ບັນດາ​ໜ້າ​ທີ່​ເສດຖະກິດ-​ສັງຄົມ​ປີ 2015 ຢ່າງ​ມີ​ໄຊ. ວາລະ​ປະຊຸມ​ກໍ​ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ 3 ສະບັບ: ປະ​ມວນກົດໝາຍ​ແພ່ງ ​ແລະ ລົງ​ປະຊາ​ມະຕິ ​ແລະ ອຸຕຸນິຍົມ​ອຸ​ທົກ​ກະສາ​ດ.​ ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ກໍ​ພິຈາລະນາ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​​ຕັ້ງ​ກົງຈັກການຈັດ​ຕັ້ງ ​ແລະ ບຸກຄະລາ​ກອນ​ໃຫ້​ສານ​ປະຊາຊົນ​ສູງ​ສຸດ, ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ; ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ບັນດາ​ແຜນ​ຮ່າງ​ສ້າງຕັ້ງຫົວໜ່ວຍ​ບໍລິຫານຈຳນວນ​ໜຶ່ງ​ຂັ້ນ​ເມືອງ,​ ເທດສະບານ​ ​ແລະ ຕາ​​ແສງຢູ່​ບັນດາ​ແຂວງ ຈ່າ​ວິ​ງ, ​ເຮົ້າ​ຢາງ, ບີ່​ງ​ເຟືອ​ກ, ຖ໋າຍງວຽນ, ບາກ​ລຽວ.

ຂ່າວ/ບົດ​ອື່ນ