ວາລະປະຊຸມຄັ້ງທີ5ຄະນະຊີ້ນຳແຫ່ງຊາດກ່ຽວກັບກົນໄກປະຕູດຽວອາຊຽນແລະກົນໄກປະຕູດຽວແຫ່ງຊາດ

ວາລະປະຊຸມຄັ້ງທີ5ຄະນະຊີ້ນຳແຫ່ງຊາດກ່ຽວກັບກົນໄກປະຕູດຽວອາຊຽນແລະກົນໄກປະຕູດຽວແຫ່ງຊາດ - ảnh 1
(ວາລະປະຊຸມຄັ້ງທີ 5 ຄະນະຊີ້ນຳແຫ່ງຊາດກ່ຽວກັບ
ກົນໄກປະຕູດຽວອາຊຽນແລະກົນໄກປະຕູດຽວແຫ່ງຊາດ)


​(vovworld) - ຕອນ​ເຊົ້າ​ວັນ​ທີ 04/06, ຢູ່​ຮ່າ​ໂນ້ຍ, ຄະນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບກັບ​ກົນ​ໄກ​ປະຕູ​ດຽວ​ອາ​ຊຽນ ​ແລະ ກົນ​ໄກ​ປະຕູ​ດຽວ​​ແຫ່ງ​ຊາດ ​ໄດ້​ຈັດ​ວາລະ​ປະຊຸມ​ຄັ້ງ​ທີ 5 ​ແລະ ປະກາດ​ເປີດ​ກວ້າງ​ກົນ​ໄກ​ປະຕູ​ດຽວ​ແຫ່ງ​ຊາດ​ສຳລັບ​ກະຊວງ​ສາ​ທາ​ລະນະ​ສຸກ, ກະສິກຳ ​ແລະ ພັດທະນາ​ຊົນນະບົດ ​ແລະ ກະຊວງ​ຊັບ​ພະຍາກອນ​ສິ່ງ​ແວດ​ລ້ອມ.

        ກ່າວ​ຄຳ​ເຫັນ​ທີ່​ພິທີ​ປະກາດ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​ໄດ້​ຕີ​ລາຄາ​ສູງ​ໝາກຜົນ​ແຫ່ງ​ການ​ຊີ້ນ​ຳນຳພາ ​ແລະ ການ​ຜັນ​ຂະຫຍາຍ​ການ​ປະຕິບັດ​ຂອງບັນດາ​ກະຊວງ, ຂະ​ແໜງ​ການ ​ໃນ​ໄລຍະ​ຜ່ານ​ມາ, ພິ​ເສດ​ແມ່ນ 3 ກະຊວງ ​ໄດ້​ເຊື່ອມ​ຕໍ່​ກົນ​ໄກ​ປະຕູ​ດຽວ​ແຫ່ງ​ຊາດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ຮຽກ​ຮ້ອງ​ໃຫ້​ບັນດາ​ກະຊວງ​ວັດທະນະທຳ​ກິລາ ​ແລະ ທ່ອງທ່ຽວ, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ, ກະຊວງວີ​ທະຍາ​ສາດ​ເຕັກ​ໂນ​ໂລ​ຊີ ສູ້​ຊົນ​ປະຕິບັດ​ການ​ເຊື່ອມ​ຕໍ່​ບັນດາ​ກະຊວງ​ໃນ​ກົນ​ໄກ​ອາ​ຊຽນ ​ແລະ ກົນ​ໄກ​ປະຕູ​ກ່ຽວ​​ແຫ່ງ​ຊາດ​ໃຫ້​ສຳ​ເລັດ.

        “ຂ້າພະ​ເຈົ້າ​ສະ​ເໜີ​ວ່າ ​ໃນ​ວິວັດ​ການ​ຜັນ​ຂະຫຍາຍ​ການ​ປະຕິບັດຄື​ແນວ​ນັ້ນ, ຮອດ​ເດືອນ 09 ບັນດາ​ລະບຽບ​ເຊື່ອມ​ຕໍ່​ຕ້ອງ​ໄດ້​ຮັບ​ການ​ປະຕິ​ບັດ​ສຳ​ເລັດ, ວຽກ​ງານ​ນີ້​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ. ຂ້າພະ​ເຈົ້າ​ຢາກ​ໃຫ້​ປະຕິບັດ​ຢ່າງ​ໄວ້, ນັບ​ທັງ​ກຳນົດ​ທິດ​ໄລຍະ 2016 2020, ຍ້ອນຄວາມ​ຈິງ​ນັບ​ແຕ່ປີ 2016 ​ແມ່ນຕ້ອງ​ຍົກ​ລະດັບ​ໃຫ້​ສູງຂຶ້ນ​ເທື່ອ​ລະ​ກ້າວ, ຖ້າ​ແກ່ຍາວ​ຄວາມໝາຍ​ຂອງ​ການ​ຜັນ​ຂະຫຍາຍ​ຈະ​ຖືກ​ຫຼຸດ​ລົງ”.

ຂ່າວ/ບົດ​ອື່ນ