ວາລະປະຊຸມຄັ້ງທີ7ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ,ຕ້ານການສໍ້ລາດບັງຫຼວງ

ວາລະປະຊຸມຄັ້ງທີ7ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ,ຕ້ານການສໍ້ລາດບັງຫຼວງ - ảnh 1
ທ່າ​ນ​ເລ​ຂາ​ທິ​ການ​ໃຫ​ຍ່ ຫງວຽນ​ຟູ໋​ຈ້ອງ
(ພາບ: TTXVN)

 (vovworld) – ທ່າ​ນ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ກອມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ, ຫົວ​ໜ້າ​ຄ​ະ​ນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງຫຼວງ​ເປັ​ນ​ປະ​ທານ​ວາ​ລະ​ປະ​ຊຸມ​ໃນ​ຕອນ​ບ່າຍ​ວັນ​ທີ 25/4, ຢູ່​ສຳ​ນັກ​ງານ​ສູນ​ກາງ​ພັກ.

        ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ຕີ​ລາ​ຄາ​ວ່າ: ໃນ 3 ເດືອນ​ຕົ້ນ​ປີ 2015, ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງຫຼວງ​ສືບ​ຕໍ່​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ຕັ້ງ​ໜ້າ​ໃນຫຼາຍ​ດ້ານ​ຄື: ການ​ສ້າງ ແລະ ປັງ​ປຸງ​ລະ​ບອບ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງຫຼວງ​, ​ການປະ​ຕິ​ບັດ​ບາງ​ມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງຫຼວງ, ພິ​ເສດ​ແມ່ນ​ການ​ປະ​ຕິ​ຮູບ​ການ​ບໍ​ລິ​ຫານ, ​ການສົມ​ທົບ​ກັນ​ລະ​ຫວ່າງ​ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​ໃນ​ນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງຫຼວງ, ພົບ​ເຫັນ, ປັບ​ໄໝ​ລົງ​ໂທດ​ການ​ສ້ໍ​ລາດ​ບັງຫຼວງ. ໃນ 3 ເດືອນ​ຈະ​ມາ​ເຖິງ, ຄະ​ນະ​ຊີ້​ນຳ​ສືບ​ຕໍ່​ຊີ້​ນຳ​ການ​ຍູ້​ແຮງວຽກ​ງານ​ໂຄ​ສະ​ນາ​ເຜີຍ​ແຜ່, ສຶກ​ສາ​ກ່ຽວ​ກັບ​ການປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງຫຼວງ, ​ປັບ​ປຸງ​ລະ​ບອບ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ເສດ​ຖະ​ກິດ - ສັງ​ຄົມ​ເພື່ອ​ປ້ອງ​ກັນ, ຕ້ານ​ການ​ສໍ​້​ລາດ​ບັງຫຼວງ ແລະ ບັນ​ດາ​ຂໍ​້​ກຳ​ນົດ​ຂອງ​ກົດ​ໝາຍ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາ​ດ​ບັງຫຼວງ​ໃຫ້​ເໝາະ​ສົມ​ກັບ​ລັດ​ຖະ​ທຳ​ມະ​ນູນ; ​ການຊີ້​ນຳ, ກະ​ຕຸກ​ຊຸກ​ຍູ້​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ເອົາ​ໃຈ​ໃສ່​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ຕ້ານການ​ສໍ້​ລາດ​ບັງຫຼວງ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ເນັ້ນ​ໜັກ​ວ່າ: ເພື່ອ​ໃຫ້​ວຽກ​ງານ ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງຫຼວງ​ບັນ​ລຸ​ໝາກ​ຜົນ​ສູງ​ກ່​ວາ, ຖັນ​ແຖວ​ພະ​ນັກ​ງານ​ຂອງ​ບັນ​ດາ​ອົງ​ການ, ຫົວ​ໜ່ວຍ​ປະ​ຕິ​ບັດ​ວຽກ​ງານນີ້​ໂດຍ​ກົງ​ຄວນ​ສ​ຸມ​ໃສ່​ຜັນ​ຂະ​ຫຍາຍ​​ການປະ​ຕິ​ບັດ​ຢ່າງ​​ເຖິງ​ຖອງ​ກ່​ວາ​ອີກ, ເພີ່ມ​ທະ​ວີ​ການກວດ​ກາ, ກະ​ຕຸກ​ຊຸກ​ຍູ້​​ການ​ປະ​ຕິ​ບັດ​ບົນ​ພື້ນ​ຖານ​ບັນ​ດາ​ແຜນ​​ການ, ລາຍ​ການ​ເຮັດ​ວຽກ, ບັນ​ດາ​ຂອດ​ຈຸດ​ສຸມທີ່​ໄດ້​ຮັບ​ການກ​ຳ​ນົດ​ແລ້ວ. ທ່າ​ນ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ຮຽກ​ຮ້ອງ​ວ່າ: ຕ້ອງ​ເພີ່ມ​ທະ​ວີ​ການກວດ​ກາ​ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ, ຄະ​ນະ​ພັກ​ທ້ອງ​ຖິ່ນ​ຕ່າງໆ, ຍົກ​ສູງ​ປະ​ສິດ​ທິ​ຜົນ​ວຽກ​ງານ​​ສື່​ສານ, ໂຄ​ສະ​ນາ​ກ່ຽວ​ກັບ​ໝາກ​ຜົນ​ວຽກ​ງານປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງຫຼວງ ເຖິງ​ປະ​ຊາ​ຊົນ.

ຂ່າວ/ບົດ​ອື່ນ