ວາລະປະຊຸມຄົບຄະນະ ຄັ້ງທີ 11 ຂອງກຳມາ ທິການເສດຖະກິດ ຂອງສະພາແຫ່ງຊາດ

ວາລະປະຊຸມຄົບຄະນະ ຄັ້ງທີ 11 ຂອງກຳມາ ທິການເສດຖະກິດ ຂອງສະພາແຫ່ງຊາດ - ảnh 1
ວາລະ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 11
(ພາບ: TTXVN)

(vovworld)​ ​- ຕອນ​ບ່າຍ​ວັນ​ທີ 28/9, ຢູ່​ແຂວງ​ນິງບິ່ງ, ​ກຳມາ​ທິການ​ເສດຖະກິດຂອງສະພາ​ແຫ່ງ​ຊາດ ​ໄດ້ຈັດ​ວາລະ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 11 ​ເພື່ອ​ແນ​ໃສ່​ພິຈາລະນາ, ກວດກາ​ບົດ​ລາຍ​ງານ​ຂອງ​ລັດຖະບານ ໃນ​ການ​ຕີ​ລາຄາ​ໝາກຜົນ​ແຫ່ງ​ການປະຕິບັດ​ແຜນການພັດທະ ນາ​​ເສດຖະກິດ-​ສັງຄົມ​ປີ 2014; ທິດ​ທາງ, ໜ້າ​ທີ, ​ແຜນການ​ພັດທະນາ​ເສດຖະກິດ-​ສັງຄົມ​ປີ 2015 ​ແລະ ຕີ​ລາຄາ 4 ປີ​ແຫ່ງການປະຕິບັດ​ແຜນການ 5 ປີ (2011-2015) ​ເພື່ອ​ກະ​ກຽມ​ໃຫ້​ແກ່​ກອງປະຊຸມສະ​ໄໝ​ສາມັນ​ເທື່ອ​ທີ 8, ສະພາ​ແຫ່ງ​ຊາດຫວຽດນາມ ຊຸດ​ທີ 13. ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ແຜນ​ການ ​ແລະ ລົງທຶນ ຫງວຽນ​ຈິ໋ຢຸ້ງ ​ໃຫ້​ຮູ້​ວ່າ: ​ເສດຖະກິດ-​ສັງຄົມ ​ໃນ 9 ​ເດືອນ​ຂອງ​ປີ 2014 ສືບ​ຕໍ່​ຫັນປ່ຽນ​ຢ່າງ​ຕັ້ງໜ້າ​ໃນ​ທຸກຂະ​ແໜງ​ການ, ຂົງ​ເຂດ. ລະດັບເຕີບ​ໂຕ​ເສດຖະກິດ​ບັນລຸ​ໄດ້ 5,54%, ສູງ​ກ່ວາ​ເມື​່ອທຽບ​ກັບ​ງວດດຽວ​ກັນຂອງ​​ປີ 2013 (5,14%). ການ​​ສ້າງ​ໂຄງ​ປະກອບ​ເສດຖະກິດຄືນ​ໃໝ່​ດ້ວຍ​ຈຸດ​ສຸມ​ແມ່ນ​ສ້າງ​ໂຄງ​ປະກອບ​ການ​ລົງທຶນລັດຄືນ​ໃໝ່, ສ້າງ​ໂຄງ​ປະກອບ​ບັນດາ​ທະນາຄານ​ການ​ຄ້າ, ສ້າງ​ໂຄງ​ປະກອບ​ ລັດ​ວິ​ສາ​ຫະກິດຄືນ​ໃໝ່ ​ບັນລຸ​ໄດ້​ບັນດາ​ໝາກຜົນ​ທີ່ຕັ້ງໜ້າ. ບັນດາ​ນະ​ໂຍບາຍ​ຮັບປະກັນ​ຊີ​ວິດສັງຄົມ, ລົບ​ລ້າງ​ຄວາມ​ອຶດຫິວ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ສ້າງ​ວຽກ​ເຮັດ​ງານ​ທຳ, ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ສົ່ງ​ເສີມ​ສຸຂະພາບ​ປະຊາຊົນໄດ້​ປະຕິບັດ​ເປັນ​ຢ່າງ​ດີ. ຕາມ​ທ່ານ​ຮອງ​ລັດຖະມົນຕີ ຫງວຽນ​ຈິ໋ຢຸ້ງ, ຈຸດໝາຍ​ພັດທະນາ​ເສດຖະກິດ-​ສັງຄົມ​ປີ 2015 ​ແມ່ນ​ສືບ​ຕໍ່​ຮັກສາ​​ເສດຖະກິດມະຫາ​ພາກ​ເປັ​ນປົກກະຕິ; ຍູ້​ແຮງ​ການ​ປະຕິບັດ​ບຸກທະລຸຍຸດ​ທະ​ສາດ, ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່. ລະອຽດ​ຄື: ຍອດຜະລິດ​ຕະພັນ​ພາຍ​ໃນ​ປະ​ເທດ (GDP) ​ເພີ່ມ​ຂຶ້ນ​ປະມານ 6,2%, ຍອດ​ວົງ​ເງິນ​ສົ່ງ​ອອກ​ເພີ່ມ​ຂຶ້ນ​ປະມານ 10% ​    ເມື​່ອ ທຽບ​ກັບ​ປີ 2014.

        ກ່ຽວ​ກັບ​ບັນດາ​ດັດຊະນີ​ເສດຖະກິດ-​ສັງຄົມ ​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ​ຮອງ​ຫົວໜ້າ​ຄະນະ​ເສດຖະກິດ​ສູນ​ກາງ ຟ້າ​ມຊວນ​ເດືອ​ງ ປະກອບ​ຄຳ​ເຫັນ​ວ່າ: ລັດຖະບານ​ຕ້ອງສຸມ​ໃສ່​ບັນດາ​ຂະ​ແໜງ​ອຸດສາຫະກຳ​ພື້ນຖານ​ຄື: ອຸດສາຫະກຳ​ຜະລິດ, ວັດ​ສະດຸ… ກ່ຽວກັບ​ດ້ານ​ກະສິກຳ, ຕ້ອງ​​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ຂົງ​ເຂດ​ປຸງ​ແຕ່ງ ​ແລະ ​ ຮັກສາ.
ຂ່າວ/ບົດ​ອື່ນ