ວາລະປະຊຸມຄົບຄະນະ ຄັ້ງທີ 4 ຂອງ ກຳມາທິການເສດຖະກິດ

ວາລະປະຊຸມຄົບຄະນະ     ຄັ້ງທີ 4 ຂອງ      ກຳມາທິການເສດຖະກິດ - ảnh 1
ພາບປະກອບ

(vovword)- ວັນທີ 14/5, ກຳມາທິການເສດຖະກິດຂອງສະພາແຫ່ງຊາດຫວຽດນາມ ໄດ້ຈັດວາລະປະຊຸມຄົບຄະນະຄັ້ງທີ 4 ເພື່ອກວດກາບົດລາຍງານເພີ່ມເຕີມກ່ຽວກັບ ການ​ຕີ​ລາຄາ​ໝາກຜົນ​ແຫ່ງ​ການ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ ປີ 2011, ສະພາບ​ການ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ​ໃນ​ຊຸມ​ເດືອນ​ຕົ້ນ​ປີ 2012, ກວດກາ​ຮ່າ​ງກົດໝາຍ​ສະຫະກອນ. ບົດ​ລາຍ​ງານ​ດັ່ງກ່າວ​ໂດຍ​ແມ່ນ​ທ່ານ Cao Viet Sinh ຮອງ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ສະ​ເຫ​ນີ ​ໄດ້​ຊີ້​​ແຈງ​ບັນດາ​ຈຸດໝາຍ, ຫນ້າ​ທີ່​ພັດທະນາ​ເສດຖະກິດ ສັງຄົມ ປີ 2011 ບັນລຸ​ໄດ້​ບັນດາ​ໝາກຜົນ​ອັນ​ຕັ້ງຫນ້າ. ການ​ເຕີບ​​ໂຕ​ເສດຖະກິດ​ບັນລຸ 5,89% ​ແມ່ນ​ລະດັບ​ດີ​ພໍ​ສົມຄວນ​ໃນ​ເງື່ອນ​ໄຂ​ພວມ​ສຸມ​ໃສ່​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ. ສະພາບ​ເສດຖະກິດ​ສັງຄົມ​ໃນ 4 ​ເດືອນ​ຕົ້ນ​ປີ 2012 ບັນລຸ​ໝາກຜົນ​ຕັ້ງຫນ້າ​​ໃນ​ເບື້ອງ​ຕົ້ນ, ​ຖືກ​ທິດ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ຫນ້າ​ທີ່​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃຫມ່​ແມ່ນ​ສຸ​ມ​ໃສ່​ເຂົ້າ​ໃນ 3 ຂົງ​ເຂດ​ຈຸດ​ສຸມ​ຄື: ສ້າງ​ໂຄງ​ປະກອບ​ການ​ລົງ​ຄືນ​ໃຫມ່, ສ້າງ​ໂຄງ​ປະກອບ​ທະນາຄານການ​ຄ້າ​ຄືນ​ໃຫມ່ ​ແລະ ສ້າງ​ໂຄງ​ປະກອບ​ລັດວິ​ສາ​ຫະກິດ​ຄືນ​​ໃຫມ່ພວມ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ຕັ້ງຫນ້າ. ຄຳ​ເຫັນ​ຂອງ​ຜູ້​ແທນ​ຫລາຍ​ທ່ານ​ກໍ​ສະ​ເຫ​ນີ​ໃຫ້​ລັດຖະບານ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ເຄື່ອນ​ໄຫວ​ແກ້​ໄຂ​ສົ້ນ​ອອກ​ໃຫ້​ແກ່​ຜະລິດ​ຕະພັນ, ຊອກ​ຫາ​ຕະຫລາດ, ຫລຸດຜ່ອນ​ອັດຕາ​ດອກ​ເບ້ຍ. ກ່ຽວ​ກັບ​ຮ່າງ​ກົດໝາຍ​ສະຫະກອນ ສະບັບ​ປັບປຸງ, ກຳມາ​ທິການ​ເສດຖະກິດ​ຊີ້​ແຈງ​ວ່າ ຮ່າງ​ກົດໝາຍ​ນີ້​ແມ່ນ​ສົ່ງ​ເສີມ ​ແລະ ພັດທະນາ​ຮູບ​ແບບ​ສະຫະກອນ​ແບບ​ໃຫມ່.
ຂ່າວ/ບົດ​ອື່ນ