ວາລະປະຊຸມຄົບຄະນະຄັ້ງທີ 7 ຂອງຄະນະ ຮຽບຮຽງຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ

ວາລະປະຊຸມຄົບຄະນະຄັ້ງທີ 7 ຂອງຄະນະ ຮຽບຮຽງຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ - ảnh 1
ວາລະ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 7
(ພາບ: cpv.org.vn)


(vovworld) - ​ຄະນະ​ຮຽບຮຽງ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ​ໄດ້​ຈັດ​ວາລະ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 7 ​ໃນ​ຕອນ​ເຊົ້າ​ວັນ​ທີ 03/04 ຢູ່​ຮ່າ​ໂນ້ຍ, ​ເພື່ອ​ໃຫ້​ຄຳ​ຄິດ​ຄ​ຳ​ເຫັນ​ໃສ່​ຮ່າງ​ລັດຖະທຳ​ມະນູນສະບັບ​ປັບປຸງ ​ເຊິ່ງ​ໄດ້​ຮັບ​ການ​ຮັບ​ເອົາ, ປັບປຸງ​ໃນ​ເບື້ອງ​ຕົ້ນ​ຕາມ​ຄຳ​ເຫັນ​ປະກອບ​ຂອງ​ປະຊາຊົນ. ກ່າວ​ຄຳ​ເຫັນ​ທີ່​ວາລະ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ, ປະທານ​ຄະນະ​ກຳມະການຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ, ຢືນຢັນວ່າ​ເລື່ອງ​ປະກອບ​ຄຳ​ເຫັນ​​ໃສ່​ຮ່າງ​ລັດຖະທຳ​ມະນູນສະບັບ​ປັບປຸງ ​ແມ່ນ​ບັ້ນ​ດຳ​ເນີນຊີວິດ​ການ​ເມືອງ, ນິຕິ​ກຳ​ປະຊາທິປະ​ໄຕ, ​ເລິກ​ເຊິ່ງກວ້າງຂວາງ, ມີ​ຄຸນ​ນະພາ​ບ​ໃນ​ໝູ່ປະຊາຊົນ​ທຸກ​ຊັ້ນ​ວັນນະ ​ແລະ ທັງ​ລະບົບ​ການ​ເມືອງ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ຖື​ວ່າ ບັນດາ​​ຄຳ​ເຫັນທີ່ດີ, ມີ​ພື້ນຖານ​ວິທະຍາສາດ, ​ເໝາະ​ສົມ​ກັບ​ສະພາບ​ຕົວ​ຈິງ​ຂອງ​ປະ​ເທດ​ຊາດ ຕ້ອງ​​ໄດ້​​ຮັບ​ເອົາ; ສ່ວນ​ບັນດາ​​ຄ​​​ຳ​ເຫັນ​ບໍ່​​ຮັບ​ເອົາ​ໄດ້ ຄະນະ​ຮຽບຮຽງ​ຕ້ອງ​ອະພິປາຍ​ຢ່າງ​ລະອຽດ, ຈະ​ແຈ້ງ, ​ເພື່ອ​​ໃຫ້ປະຊາຊົນ​ເຂົ້າ​ໃຈ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຊີ້​ແຈ້ງວ່າ.

        ບັ້ນ​ດຳ​ເນີນ​ຊີວິດ​ການ​ເມືອງ​ນິຕິກຳ​ທີ່​ກວ້າງຂວາງ​ໃນ​ທົ່ວປວງ​ຊົນໄດ້ສັງ​ລວມ, ​​ເຕົ້າ​ໂຮມ​ຈິດ​ໃຈ, ປັນຍາ, ​ຄຳ​ເຫັນ​ຂອງປະຊາຊົນ. ພາຍຫຼັງ​ການ​ຮັບ​ເອົາ​ຄຳ​ເຫັນຄັ້ງ​ນີ້​​ໄດ້​ປະຕິບັດ​ເປັນ​ຢ່າງ​ດີ. ​ເລື່ອງ​ອະພິປາຍ​ບໍ່ຮັບ​​ເອົາ​ຄຳ​ເຫັນ​ກໍ່​ມີ​ຄວາມ ສຳຄັນ​ເພື່ອ​ປັບປຸງລັດຖະທຳ​ມະນູນ​​ໃຫ້​ດີກວ່າ. ​​ໝາກຜົນ​ອັນ​ໃຫຍ່​ຫຼວງ​ແມ່ນ​ຮ່າງ​ລັດຖະທຳ​ ມະນູນ​ຂອງ​ພວກ​ເຮົາ​ໄດ້​ຮັບ​ການ​ປະກອບ​ຄຳ​ເຫັນ​ຈາກ​ປະຊາຊົນ. ​ແລະ ພວກ​ເຮົາ​ໄດ້​ຮັບ​ເອົາ​ບັນດາ​ຄຳ​ເຫັນ​​ໂດຍມີ​ການ​ເລືອກ​ເຟັ້ນ. ​ເປັນ​ອັນວ່າ, ລັດຖະທຳ​ທະນູ​ນນີ້ ​​ໂດຍປະຊາຊົນ​​ເປັນ​ຜູ້ຕັດສິນ ​ແລະ ມັນໄດ້​ສະ​ແດງ​ໃຫ້​ເຫັນ​ສິດ​​ອຳນາດ​ຂອງ​ປະຊາຊົນ”.

 

 
ຂ່າວ/ບົດ​ອື່ນ