ວາລະປະຊຸມຄົບຄະນະສະພາຊົນເຜົ່າຄັ້ງທີ 11

ວາລະປະຊຸມຄົບຄະນະສະພາຊົນເຜົ່າຄັ້ງທີ 11 - ảnh 1
(ທ່ານ​ປະທານ​ສະພາຊົນ​ເຜົ່າ ກຊໍ ​ເຟືອ​ກ)

​(vovworld) – ວັນ​ທີ 15/05, ຢູ່​ຮ່າ​ໂນ້ຍ, ​ໄດ້​ໄຂວາລະປະຊຸມຄົບ​ຄະນະ​ສະພາ​ຊົນ​ເຜົ່າ (ສະພາ​ແຫ່ງ​ຊາດ) ຄັ້ງ​ທີ 11. ຄາດ​ວ່າ​ຈະ​ຖືກ​ດຳ​ເນີນ​ໄປ​ຮອດ​ວັນ​ທີ 19/05, ວາລະ​ປະຊຸມ​ຈະ​ປຶກສາ​ຫາລື​ຫຼາຍ​ບັນຫາ​ສຳຄັນ ​ເພື່ອ​ກະກຽມ​ໃຫ້​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 9, ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດທີ 13. ທ່ານ​ປະທານ​ສະພາຊົນ​ເຜົ່າ ກຊໍ ​ເຟືອ​ກ ​ໃຫ້​ຮູ້​ວ່າ: ທີ່​ວາລະ​ປະຊຸມ​ຄັ້ງ​ນີ້, ສະພາ​ຊົນ​ເຜົ່າຈະ​ປຶກສາ​ຫາລື​ກ່ຽວ​ກັບ​ບົດ​ລາຍ​ງານ​ສະພາບ​ການ​ປະຕິບັດ​ນະ​ໂຍບາຍ​ຊົນ​ເຜົ່າ ​ແລະ ໜ້າ​ທີ່​ຈຸດ​ສຸມ​​ໃນ​ໄລຍະ​ຈະ​ມາ​ເຖິງ; ລາຍ​ງານ​ສະພາບ​ເຄື່ອນ​ໄຫວ​ຂອງ​ສະພາ​ຊົນ​ເຜົ່າ​ແຕ່​ກອງ​ປະຊຸມສະ​ໄໝ​ສາມັນ​ເທື່ອ​ທີ 8 ຮອດ​ເທື່ອ​ທີ 9 ຂອງສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດທີ 13. ສະພາ​ຊົນ​ເຜົ່າ​ຈະ​ປຶກສາ​ຫາລື ​ແລະ ສົມທົບ​ກັນ​ກວດກາ​ຮ່າງ​ກົ​ດໝາຍສຳຄັນ​ຫຼາຍ​ສະບັບ ທີ່​ຈະ​ຍື່ນ​ສະ​ເໜີ ​ແລະ ປຶ​ດສາ​ຫລື​ທີ່ກອງ​ປະຊຸມສະ​ໄໝ​ສາມັນ​ເທື່ອ​ທີ 9 ຂອງ​ສະພາ​ແຫ່ງ​ຊາດ​ຄື: ຮ່າງ​ປະ​ມວນ​ກົດໝາຍ​​ແພ່ງ (ສະບັບ​ປັບປຸງ), ຮ່າງ​ກົດໝາຍ​ອາຍາ (ສະບັບ​ປັບປຸງ) ກົດໝາຍ​ວ່າ​ດ້ວຍ​ລົງ​ປະຊາ​ມະຕິ.

ຂ່າວ/ບົດ​ອື່ນ