ວາລະປະຊຸມຄົບຄະນະສະພາທີ່ປຶກສາປະຕິຮູບລະບຽບການບໍລິຫານ

ວາລະປະຊຸມຄົບຄະນະສະພາທີ່ປຶກສາປະຕິຮູບລະບຽບການບໍລິຫານ - ảnh 1
(ພາບ​ປະ​ກອບ: TTXVN)

(vovworld) –​ ​ ​​ຕອນ​ບ່າຍ​ວັນ​ທີ 19/02, ຢູ່​ຮ່າ​ໂນ້ຍ, ສະ​ພາ​ທີ່​ປຶກ​ສາ​ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ​ຂ​ອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ຈັດ​ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ, ສະ​ຫຼຸບ​ການ​ເຄື່ອ​ນ​ໄຫວ​ປີ 2015 ແລະ ຜັນ​ຂະ​ຫຍາຍ​ໜ້າ​ທີ່​ປີ 2016. ທີ່​ວາ​ລະ​ປະ​ຊຸ​ມ, ບັນ​ດາ​ຜູ້​ແທນ​ໄດ້​ຕີ​ລາ​ຄາ​ສູງ​ການ​ເຄື່ອນ​ໄຫວ​ຂອງສະ​ພາ​​ທີ່​ປຶກ​ສາໃນ​ປີ 2015. ເມື່ອ​ເນັ້ນ​ໜັກ​ເຖິງ​ບັນ​ດາ​ໜ້າ​ທີ່​ຈຸດ​ສຸ​ມ​ໃນ​ປີ 2016, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຍຸ​ຕິ​ທຳ ຮ່າ​ຮຸ່​ງ​ເກື່ອງ, ປະ​ທານ​ສະ​ພາ​ທີ່​ປຶກ​ສາ ຖື​ວ່າ, ສະ​ພາ​ທີ່​ປຶກ​ສາ ຕ້ອງ​ຜັນ​ຂະ​ຫຍາຍ​ບັນ​ດາ​ກົດ​ໝາຍ, ປະ​ມວນ​ກົດ​ໝາຍ​ໃໝ່ ເຊິ່ງ​ສະ​ພາ​ແຫ່ງ​ຊາດ​ຮັບ​ຮອງ​ເ​ອົາ ແລະ ຈ​ະ​ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ເປັນ​ເຈົ້າ​ການ​ປະ​ກອ​ບ​ຄຳ​ເຫັນ​ມີ​ຄຸນ​ນະ​ພາບ​ກັບ​ບັນ​ດາ​ຮ່າງ​ກົດ​ໝາຍ, ລັດ​ຖະ​​ບັນ​ຍັດ​ໃນ​ປີ 2016 ​ຄາດ​ຄະ​ເນ​ວ່າ, ສະ​ພາ​ແຫ່ງ​ຊາດຈະ​ພິ​ຈາ​ລະ​ຈາ​ບັນ​ດາ​ກົດ​ໝາຍ​ກ່ຽວ​ຂ້ອ​ງ​ເຖິງ​ການ​ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ລັດ​ຖະ​ທຳ​ມະ​ນູນ, ລະ​ບຽບ​ການ​ບໍ​ລິ​ຫານ ເພື່ອ​ເຮັດ​ແນວ​ໃດ​ໃຫ້​ສະ​ດວກ, ​ງ່າຍ​ດ່າຍ ແລະ ເໝາະ​ສົມ​ຢ່າງ​ແທດ​ຈິງ… ທ່ານ ຮ່າ​ຮຸ່ງ​ເກື່ອງ ກໍ​ເນັ້ນ​ໜັກ​ວ່າ, ຕ້ອງ​ຍູ້​ແຮງ​ການ​ຕີ​ລາ​ຄາ​ລະ​ບຽບ​ການ​ບໍ​ລິ​ຫານ​ຢູ່​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ; ​ໃນ​ນັ້ນ, ໃສ່​ໃຈເຖິງ​ການ​ຕີ​ລາ​ຄາ​ຄຸນ​ນະ​ພາບ​ລະ​ບ​ຽບ​ການ​ບໍ​ລິ​ຫານ​ຕາມມະ​ຕິ​ຂອງ​ລັດ​ຖະ​ບານ ກ່ຽວ​ກັບ​​ໜ້າ​ທີ່, ມາດ​ຕະ​ການ​ແກ້​ໄຂ​ຕົ້ນ​ຕໍ່​ເພື່ອ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ, ຍົກ​ສູ​ງ​ກຳ​ລັງ​ແກ່ງ​ແຍ່ງ​ແຫ່ງ​ຊາດ.

ຂ່າວ/ບົດ​ອື່ນ