ວາລະປະຊຸມປະຈຳເດືອນ 9/2014 ຂອງລັດຖະບານ

ວາລະປະຊຸມປະຈຳເດືອນ 9/2014 ຂອງລັດຖະບານ - ảnh 1
(ວາລະປະຊຸມ​ປະຈຳ​ເດືອນ 9/2014​)

(vovworld) - ວັນ​ທີ 29/9, ຢູ່​ຮ່າ​ໂນ້ຍ, ພາຍ​ໃຕ້​ເປັນ​ປະທານ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸ້ງ, ລັດຖະບານ​ຈັດວາລະ​ປະຊຸມ​ປະຈຳ​ເດືອນ 9/2014, ​ເພື່ອສຸມ​ໃສ່​ຕີ​ລາຄາສະພາບ​ການ​ເສດຖະກິດ-​ສັງຄົມ ​ໃນ 9 ​ເດືອນ ຕົ້ນ​ປີ ​ແລະ ປຶກສາ​ຫາລື​ບັນດາ​ມາດ​ຕະການ ​ເພື່ອ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ-​ສັງຄົມ​ໃນ​ບັນດາ​ເດືອນທີ່​ຍັງ​ເຫຼືອ​ຂອງ​​ປີ 2014.

      ກ່າວ​ຄຳ​ເຫັນ​​​ເປີດວາລະ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸ້ງ ຕີ​ລາຄາ​ສະພານບເສດຖະກິດ-​ສັງຄົມ​ແຕ່​ຕົ້ນ​ປີ​ມາຮອດ​ປະຈຸ​ບັນ​ ​ແມ່ນສືບ​ຕໍ່​ຫັນປ່ຽນ​ຢ່າງ​ຕັ້ງໜ້າ; ບັນລຸລະດັບ​​ເຕີ​ບໂຕຢ່າງ​ຈະ​ແຈ້ງ ​ແລະສະໝຳ່ສະ​ເໝີກ່ວາ​ ບັນດາ​ດັດຊະນີ​ແຜນການຕົ້ນຕໍລ້ວນ​ແຕ່​ບັນລຸ​ຜົນ​ງານທີ່​ຕັ້ງໜ້າ. ຕາມ​ນັ້ນ, ​ໃນ 15 ຄາດໝາຍ​ໂດຍ​ສະພາ​ແຫ່ງ​ຊາດ​ມອບ​ໃຫ້​ນັ້ນ, ​ມີ 13 ຄາດໝາຍສາມາດ​ບັນລຸ​ໄດ້ ​ແລະ ລື່ນ​ຄາດໝາຍ. ​ເພື່ອ​ສູ້​ຊົນ​ບັນລຸ​​ບັນດາ​ຄາດໝາຍທີ່​ໄດ້​ວາງ​ອອກ​ໃນ​ລະດັບ​ສູງ​ສຸດ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸ້ງ ສະ​ເໜີ​ໃຫ້​ບັນດາ​ສະມາຊິກ​​ໃນ​ຄະນະລັດຖະບານ​ສຸມ​ໃສ່​ປຶກສາ​ຫາລື, ສະ​ເໜີ​ບັນດາ​ມາດ​ຕະການ​ລະອຽດ ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ຊຸກຍູ້​ການ​ຜະລິດ, ດຳ​ເນີນ​ທຸລະກິດ, ຊຸກຍູ​ການ​ເຕີບ​ໂຕ​ໃນ​ທຸກ​ຂົງ​ເຂດ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸ້ງ ສະ​ເໜີ​ໃຫ້​ລັດຖະບານ​ສຸມ​ໃສ່​ປຶກສາ​ຫາລື, ​ໄຈ້​ແຍກ ​ແລະ ຍົກອອກ​ບັນດາ​ມາດ​ຕະການ​ ​ລະອຽດ, ​ເພື່ອ​ສືບ​ຕໍ່​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ໃຫ້​ດີກ​ວ່າ, ຍົກ​ສູງ​ສະມັດ​ຕະພາບ​ແຮງ​ງານ, ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່.

ຂ່າວ/ບົດ​ອື່ນ