ວຽກງານກວດກາການກະກຽມການເລືອກຕັ້ງຢູ່ບັນດາທ້ອງຖິ່ນ


ວຽກງານກວດກາການກະກຽມການເລືອກຕັ້ງຢູ່ບັນດາທ້ອງຖິ່ນ - ảnh 1
ຄະນະໄປກວດກາການກະກຽມການເລືອກຕັ້ງຢູ່ ເມືອງດຶກຮ່ວາ, ​ແຂວງ ລອງ​ອານ
(ພາບ: Thanh Bình - TTXVN)

(vovworld) – ວັນ​ທີ 17/5, ຄະນະ​ຕິດຕາມ​ກວດກາຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ແລະ ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ​​ໂດຍ​ທ່ານ ອວງຈູ​ລື​ວ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ນຳ​ໜ້າ ມີ​ການ​ເຮັດ​ວຽກ​, ກວດກາ​ວຽກ​ງານ​ເລືອກ​ຕັ້ງ​ຢູ່​ແຂວງ ຊອກ​ຈັງ. ທ່ານ​ຮອງ​ປະທານ​ສະພ​າ​ແຫ່ງ​ຊາດ ອວງຈູ​ລື​ວ ຍ້ອງຍໍ​ຊົມ​ເຊີຍ​ແຂວງ ຊອກ​ຈັງ ​ໄດ້​ກະກຽມ​ວຽກ​ງານ​ເລືອກ​ຕັ້ງ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ, ປະຕິບັດ​ຢ່າງ​ເຂັ້​ມງວດ, ທັນ​ການ, ຄົບ​ຖ້ວນ ​ແລະ ຮອບດ້ານ. ​ແຂວງ​ຄວນ​ສືບ​ຕໍ່​ແກ້​ໄຂ​ບັນດາ​ການ​ຮ້ອງທຸກ, ​ຮ້ອງ​ຟ້ອງ​ຂອງ​ພົນລະ​ເມືອງ​ກ່ຽວ​ກັບ​ວຽກ​ງານ​ເລືອກ​ຕັ້ງ. ສຳລັບ​ເຂດ​ແຄມ​ທະ​ເລ, ກຳລັງ​ຄົນ​ງານ​ໄປ​ທະ​ເລ​ຫາ​ປາ, ຕ້ອງ​ຂົນ​ຂວາ​ຍປະຊາຊົນ​​​ໃຫ້ໄປ​ເລືອກ​ຕັ້ງ​ຢ່າງ​ຄົບ​ຖ້ວນ​…

        ​ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ຢູ່​ເມືອງ ດຶກຮ່ວາ, ​ແຂວງ ລອງ​ອານ, ຄະນະ​ຕິດຕາມ​ກວດກາ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ​ໂດຍ​ທ່ານ ຫງວຽນ​ວັນ​ເຢົ່າ, ກຳມະການ​ຄະນະ​ປະຈຳ​ສະພາ​​ແຫ່ງ​ຊາດ, ຫົວໜ້າ​ກຳມາ​ທິການ​ເສດຖະກິດ​ຂ​ອງ ສະພາ​ແຫ່ງ​ຊາດ ​ເປັນ​ຫົວໜ້າ​ຄະນະ​ໄດ້ມີ​ການ​ເຮັດ​ວຽກ​ກັບກຳ​ມາ​ທິການ​ເລືອກ​ຕັ້ງ​ຂອງ​ແຂວງ​ລອງ​ອານ ກ່ຽວ​ກັບ​ສະພາບ​ການ​ກະກຽມ​ວຽກ​ງານ​ເລືອກ​ຕັ້ງສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ແລະ ສະມາຊິກ​ສະພາ​ປະຊາຊົນທຸກ​ຂັ້ນ​ອາຍຸ​ການ 2016 – 2021.

 


ຂ່າວ/ບົດ​ອື່ນ