ວຽກງານການຕ່າງປະເທດໄດ້ປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ການພັດທະນາຂອງນະຄອນຫຼວງຮ່າໂຮ້ຍ
ພາບຈາກ: baomoi.com
|
(vovworld) – ວັນທີ 12/1, ສະຫະພັນບັນດາອົງການມິດຕະພາບ ນະຄອນ ຮ່າໂນ້ຍ ໄດ້ຜັນຂະຫຍາຍວຽກງານການຕ່າງປະເທດປະຊາຊົນປີ 2015. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫວູຊວນຮົ່ງ, ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຕີລາຄາສູງບັນດາໝາກຜົນເຊິ່ງ ຮ່າໂນ້ຍບັນລຸໄດ້ໃນປີຜ່ານມາ. ຕາມທ່ານແລ້ວ, ໃນປີ 2015, ດ້ວຍຈຸດສຸມແມ່ນສະເຫຼີມສະຫຼອງບັນດາວັນບຸນໃຫຍ່ຄື: 85 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ, 125 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ… ສະຫະພັນບັນດາອົງການມິດຕະພາບນະຄອນ ຄວນສືບຕໍ່ສົມທົບກັບບັນດາອົງການ, ສະມາຄົມ ແລະ ບັນດາອົງການສະມາຊິກ, ຈັດຕັ້ງການເຄື່ອນໄຫວມີຄວາມໝາຍຕ່າງໆ, ຜ່ານນັ້ນແນະນຳພາບພົດຂອງນະຄອນຫຼວງເຖິງເພື່ອນມິດສາກົນ.
ທ່ານເລຮົ່ງເຊີນ, ຮອງປະທານຄະນະກຳມະການປະຊາຊົນນະຄອນ, ໃຫ້ຮູ້ວ່າ: ດ້ວຍໜ້າທີ່ແມ່ນຫົວໜ່ວຍປະຈຳການວຽກງານການທູດປະຊາຊົນນະຄອນ, ສະຫະພັນໄດ້ຮັກສາການພົວພັນມິດຕະພາບກັບສະຖານທູດປະເທດຕ່າງໆ, ບັນດາອົງການສາກົນປະຈຳ ຫວຽດນາມ ເປັນປະຈຳ. ປີ 2015, ນະຄອນສູ້ຊົນເພື່ອບັນລຸໃຫ້ໄດ້ບັນດາໝາກຜົນອັນດີງາມ, ປະກອບສ່ວນແທດຈິງ ແລະ ມີປະສິດທິຜົນເຂົ້າໃນພາລະກິດສ້າງສາ, ພັດທະນາ ແລະ ຍົກທີ່ຕັ້ງບົດບາດຂອງນະຄອນຫຼວງໃນໄລຍະໃໝ່.